• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບການນຳກະຊວງການຕ່າງປະເທດ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີແລະ ນິວຊີແລນ

      ວັນທີ 3 ເມສາ 2020 (ຕາມເວລາຮ່າໂນ້ຍ), ທ່ານບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບການນຳກະຊວງການຕ່າງປະເທດ ບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ ກ່ຽວກັບສະພາບການໂລກລະບາດ Covid– 19. 

ທ່ານບຸ່ຍແທັງເຊີນ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ 
      ໃນການໂອ້ລົມທາງໂທລະສັບ, ການນຳກະຊວງການຕ່າງປະເທດບັນດາປະເທດເຫຼົ່ານັ້ນ ໄດ້ອັບເດດສະພາບການໂລກລະບາດ Covid– 19 ກໍ່ຄືບັນດາມາດຕະການທີ່ພວມຜັນຂະຫຍາຍຢູ່ແຕ່ລະປະເທດ .ສ່ວນທ່ານ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມຕັດສິນໃຈຂອງຫວຽດນາມໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດCovid– 19, ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ໃນທົ່ວໂລກ.ທ່ານ ບຸ່ຍແທັງເຊີນໃຫ້ຮູ້ວ່າ ຫວຽດນາມ ໄດ້້້ມີການໂອ້ລົມທາງໂທລະສັບກັບບັນດາຄູ່ຮ່ວມມືໃນທົ່ວໂລກເປັນປະຈຳເພື່ອພ້ອມກັນແບ່ງປັນບົດຮຽນ, ປະສົບການ ແລະ ສະເໜີບັນດາມາດຕະການສະກັດກັ້ນໂລກລະບາດ Covid– 19. ທ່ານບຸ່ຍແທັງເຊີນ ໄດ້ສະເໜີໃຫ້ລັດຖະບານບັນດາປະເທດສືບຕໍ່ມີບັນດາຄຳໝັ້ນສັນຍາດ້ານການເມືອງເພື່ອຮັບປະກັນວ່າບັນດາປະເທດໄດ້ສຳຜັດ ແລະ ໄດ້ຕອບສະໜອງຄວາມຕ້ອງການໃນການນຳໃຊ້ວັກຊີນ ແລະ ຢາປິ່ນປົວ Covid– 19 ຖ້າຫາກວ່າການຄົ້ນຄ້ວາປະສົບຜົນສຳເລັດ, ພ້ອມທັງສະເໜີ ໃຫ້ລັດຖະບານບັນດາປະເທດສົ່ງເສີມບັນດາວິສາຫະກິດຂອງຕົນຮັກສາການເຄື່ອນໄຫວລົງທຶນຜະລິດຢູ່ຕ່າງປະເທດ, ທ່ານກໍ່ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມໜູນຊ່ວຍການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top