
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN )
ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ “ນີ້ແມ່ນປະຕິຫານດ້ານເສດຖະກິດ” ແລະ ຢືນຢັນວ່າ ອາເມລິກາ ຈະບັນລຸໄດ້ລະດັບການເຕີບໂຕນີ້ ບໍ່ພຽງແຕ່ຄັ້ງດຽວເທົ່ານັ້ນ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ນີ້ແມ່ນຕົວເລກຊີ້ວັດທີ່ສະແດງໃຫ້ເຫັນວ່າ ບັນດານະໂຍບາຍເສດຖະກິດຂອງທ່ານພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ທ່ານກໍ່ຄາດຄະເນວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ອາເມລິກາ ຈະສູງກ່ວາອີກ ເມື່ອ ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືບັນລຸໄດ້ຂໍ້ຕົກລົງການຄ້າ 2 ຝ່າຍຫລາຍສະບັບ.
(ແຫຼ່ງຄັດຈາກ VOV)