• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີອາເມລິກາ Donald Trump ຮັບຮອງອຳນາດການປົກຄອງຊຸດໃໝ່ເປັນຄັ້ງທຳອິດ

      ຕາມທ່ານ Trump ແລ້ວ, ສະພາແຫ່ງຊາດ ອາເມລິກາ ໄດ້ຢັ້ງຢືນໝາກຜົນໃນການເລືອກຕັ້ງ ແລະ ອຳນາດປົກຄອງຊຸດໃໝ່ຈະເຂົ້າສາບານຕົວຮັບຕຳແໜ່ງໃໝ່ໃນວັນທີ 20 ມັງກອນຈະມາເຖິງ, ທ່ານຈະຮັບປະກັນການມອບສິດອຳນາດໃຫ້ດຳເນີນໄປຢ່າງສະດວກ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທີ່ສະພາແຫ່ງຊາດ ອາເມລິກາ
(ພາບ: Reuters)
      ຕອນຄ່ຳວັນທີ 7 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ ຮັບຮອງອຳນາດການປົກຄອງຊຸດໃໝ່ ເປັນຄັ້ງທຳອິດ. ໃນສື່ສັງຄົມອອນລາຍ Twitter ໃນວັນທີ 7 ມັງກອນ, ທ່ານ Trump ໄດ້ຕຳໜິຕິຕຽນ ການບຸກໂຈມຕີໃສ່ຫໍສະພາແຫ່ງຊາດ ແລະ ໃຫ້ຮູ້ວ່າ ທ່ານໄດ້ຜັນຂະຫຍາຍກຳລັງພິທັກແຫ່ງຊາດ ແລະ ກຳລັງປະຕິບັດກົດໝາຍ ສະຫະລັດ ເພື່ອປ້ອງກັນຫໍສະພາແຫ່ງຊາດ. ທ່ານ Trump ກໍ່ໄດ້ເນັ້ນໜັກວ່າ ຜູ້ເຂົ້າຮ່ວມການເຄື່ອນໄຫວທີ່ໃຊ້ຄວາມຮຸນແຮງ ແລະ ການທຳລາຍນັ້ນ ບໍ່ໄດ້ເປັນຕົວແທນໃຫ້ແກ່ ອາເມລິກາ ແລະ ຜູ້ທີ່ລະເມີດກົດໝາຍຈະຕ້ອງໄດ້ລົງໂທດ. ຕາມທ່ານ Trump ແລ້ວ, ສະພາແຫ່ງຊາດ ອາເມລິກາ ໄດ້ຢັ້ງຢືນໝາກຜົນໃນການເລືອກຕັ້ງ ແລະ ອຳນາດປົກຄອງຊຸດໃໝ່ຈະເຂົ້າສາບານຕົວຮັບຕຳແໜ່ງໃໝ່ໃນວັນທີ 20 ມັງກອນຈະມາເຖິງ, ທ່ານຈະຮັບປະກັນການມອບສິດອຳນາດໃຫ້ດຳເນີນໄປຢ່າງສະດວກ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
(ແຫຼ່ງຄັດຈາກ VOV)
 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top