• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດກູບາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

      ວັນທີ 18 ມິຖຸນາ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແລະ ອຳນາດການປົກຄອງ ປະຊາຊົນ ກູບາ ໂດຍທ່ານ Esteban Lazo Hernandez ກຳມະການກົມການເມືອງ ພັກກອມມູນິດ ກູບາ, ປະທານສະພາແຫ່ງຊາດ ກູບາ ນຳຫນ້າ ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11-18 ມິຖຸນາ ຢ່າງຈົບງາມ.

      ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez  ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ເຈີນດ້າຍກວາງ, ພົບປະກັບນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ເຂົ້າຮ່ວມວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ. ນອກນັ້ນ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກູບາ ໄດ້ໄປຢ້ຽມຢາມສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ, ເຮັດວຽກກັບທະນາຄານແຫ່ງລັດຫວຽດນາມ, ຢ້ຽມຢາມນະຄອນ ໂຮ່ຈິມີນ, ແຂວງ ເບນແຈ, ເຂົ້າຮ່ວມງານພົບປະມິດຕະພາບ ຫວຽດນາມ ກູບາ. 
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top