ໃນບົດຂຽນ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກຢ່າງແຮງວ່າ: ການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ແມ່ນການປະຕິວັດສັງຄົມນິຍົມ ໂດຍຊົນຊັ້ນກຳມະຊີບ ລັດເຊຍ ປະຕິບັດ, ເປັນຂີດໝາຍແຫ່ງການສ້າງຕັ້ງຂ ລັດ ລັດເຊຍ - ໂຊຫວຽດ ຊື່ງແມ່ນລັດກຳມະກອນຊາວນາທຳອິດໃນໂລກ. ນີ້ແມ່ນເຫດການຍິ່ງໃຫຍ່ໃນວິວັດການປະຫວັດສາດຂອງມວນມະນຸດ, ເປີດໄລຍະພັດທະນາໃຫມ່ຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນກໍ່ຄື ຂະບວນການປົດປ່ອຍຊາດ. ທ່ານປະທານປະເທດ ເນັ້ນຫນັກຢ່າງແຮງວ່າ: ໂດຍສືບທອດ ແລະ ໝູນໃຊ້ບັນດາບົດຮຽນຈາກການປະຕິວັດເດືອນຕຸລາຢ່າງມີຫົວຄິດປະດິດສ້າງ, ພັກກອມມູນິດ ໂດຍທ່ານປະທານໂຮ່ຈິມີນ ກໍ່ຕັ້ງ ແລະ ຝືກຝົນຫລໍ່ຫລອມ ໄດ້ນຳພາປະຊາຊົນຫວຽດນາມ ດຳເນີນການຕໍ່ສູ້ປະຕິວັດຍືດເຍື້ອຍາວນານ, ຫຍຸ້ງຍາກລຳບາກ ແລະ ຍາດໄດ້ບັນດາຜົນງານອັນສະຫງ່າລາສີ. ບົດຂຽນຂອງທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງ: ພັກກອມມູນິດຫວຽດນາມ ສືບຕໍ່ໝູູນໃຊ້ແນວຄິດວັດທະນະທຳມະນຸດອັນສູງສົ່ງຂອງການປະຕິວັດເດືອນຕຸລາ ຊິ້ນຳປະຕິບັດໃນພາລະກິດປ່ຽນແປງໃຫມ່ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)