ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງ: “ການປະຕິວັດເດືອນຕຸລາລັດເຊຍທີ່ຍິ່ງໃຫຍ່ກັບການປະຕິວັດຫວຽດນາມ”

      ເນື່ອງໃນໂອກາດສະເຫລີມສະຫລອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (7/11/1917-7/11/2017), ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ມີບົດຂຽນດ້ວຍຫົວຂໍ້ວ່າ: ການປະຕິວັດເດືອນຕຸລາ ລັດເຊຍ ທີ່ຍິ່ງໃຫຍ່ ກັບການປະຕິວັດຫວຽດນາມ”, 
 
      ຢືນຢັນຄວາມໝາຍຍຸກສະໄຫມ ແລະ ບັນດາບົດຮຽນອັນລ້ຳຄ່າຂອງການປະຕິວັດເດືອນຕຸລາລັດເຊຍ ແມ່ນຊັບສົມບັດອັນລ້ຳຄ່າ, ສືບຕໍ່ສົ່ງພະລັງຊີວິດຢ່າງແຮງຕໍ່ການປະຕິວັດ ຫວຽດນາມ ແລະ ມວນມະນຸດທີ່ກ້າວຫນ້າ.
ໃນບົດຂຽນ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກຢ່າງແຮງວ່າ: ການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ແມ່ນການປະຕິວັດສັງຄົມນິຍົມ ໂດຍຊົນຊັ້ນກຳມະຊີບ ລັດເຊຍ ປະຕິບັດ, ເປັນຂີດໝາຍແຫ່ງການສ້າງຕັ້ງຂ ລັດ ລັດເຊຍ - ໂຊຫວຽດ ຊື່ງແມ່ນລັດກຳມະກອນຊາວນາທຳອິດໃນໂລກ. ນີ້ແມ່ນເຫດການຍິ່ງໃຫຍ່ໃນວິວັດການປະຫວັດສາດຂອງມວນມະນຸດ, ເປີດໄລຍະພັດທະນາໃຫມ່ຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນກໍ່ຄື ຂະບວນການປົດປ່ອຍຊາດ. ທ່ານປະທານປະເທດ ເນັ້ນຫນັກຢ່າງແຮງວ່າ: ໂດຍສືບທອດ ແລະ ໝູນໃຊ້ບັນດາບົດຮຽນຈາກການປະຕິວັດເດືອນຕຸລາຢ່າງມີຫົວຄິດປະດິດສ້າງ, ພັກກອມມູນິດ ໂດຍທ່ານປະທານໂຮ່ຈິມີນ ກໍ່ຕັ້ງ ແລະ ຝືກຝົນຫລໍ່ຫລອມ ໄດ້ນຳພາປະຊາຊົນຫວຽດນາມ ດຳເນີນການຕໍ່ສູ້ປະຕິວັດຍືດເຍື້ອຍາວນານ, ຫຍຸ້ງຍາກລຳບາກ ແລະ ຍາດໄດ້ບັນດາຜົນງານອັນສະຫງ່າລາສີ. ບົດຂຽນຂອງທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງ:  ພັກກອມມູນິດຫວຽດນາມ ສືບຕໍ່ໝູູນໃຊ້ແນວຄິດວັດທະນະທຳມະນຸດອັນສູງສົ່ງຂອງການປະຕິວັດເດືອນຕຸລາ ຊິ້ນຳປະຕິບັດໃນພາລະກິດປ່ຽນແປງໃຫມ່ໃຫ້ປະກົດຜົນເປັນຈິງ. 
 (ແຫຼ່ງຄັດຈາກ VOV)

top