• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ

      ຕອນເຊົ້າວັນທີ 16 ສິງຫາ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ ຫວຽດນາມ (19/08/1945 – 19/08/2020) ຄົບຮອບ 75 ປີ, ວັນບຸນທົ່ວປວງຊົນທັງຊາດປ້ອງກັນຄວາມສະຫງົບ ປະເທດຊາດຄົບຮອບ 15 ປີ ແລະ ຮັບຫຼຽນໄຊວິລະກຳຊັ້ນ 1.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງຕຳຫລວດປະຊາຊົນ (ພາບ: VGP)
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກຳລັງຕຳຫລວດ ໄດ້ຕໍ່ສູ້ເຮັດໃຫ້ກົນອຸບາຍເຄື່ອນໄຫວຫວັງມ້າງທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມຖືກປະລາໄຊຢ່າງມີປະສິດທິຜົນ, ປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ບັນດາເຫດການການເມືອງພົວພັນຕ່າງປະເທດຂອງພັກ ແລະ ລັດ, ບັນດາກິດຈະການສຳຄັນຂອງປະເທດຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ
ປະຈຸບັນ, ກຳລັງຕຳຫລວດພວມຂ້ຽວຂາດປະຕິບັດການຊີ້ນຳ, ນຳພາຂອງພັກ, ລັດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ປະກອບສ່ວນພ້ອມກັບທົ່ວປະເທດທັງປ້ອງກັນ, ສະກັດກັ້ນຢ່າງມີປະສິທິຜົນ, ທັງພັດທະນາເສດຖະກິດສັງຄົມ.
ຕໍ່ໜ້າບັນດາການຜັນແປຢ່າງສັບສົນຈາກສະພາບການໂລກ ແລະ ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ໃນບໍ່ວ່າສະພາບການໃດໆ ກຳລັງຕຳຫລວດປະຊາຊົນ ຕ້ອງປະຕິບັດໜ້າທີ່ປົກປ້ອງພັກ, ລັດ, ປົກປ້ອງລະບອບສັງຄົມນິຍົມເປັນຢ່າງດີ, ປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພໃນການດຳລົງຊີວິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາການເມືອງສັງຄົມໃຫ້ມີຄວາມສະຖຽນລະພາບ ໝັ້ນຄົງ  
ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະກຳຊັ້ນໜຶ່ງໃຫ້ກະຊວງຕຳຫລວດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top