
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກ
ກັບການນຳຫລັກແຫລ່ງຂອງແຂວງ ຮ່ານາມ
ພາບ:quochoi.org.vn
ຕອນເຊົ້າວັນທີ 6/8, ຢູ່ ນະຄອນ ຝູລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງຂອງແຂວງ ຮ່ານາມ ກ່ຽວກັບສະພາບການປະຕິບັດຫນ້າທີ່ເສດຖະກິດ, ສັງຄົມ. ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ: ແຂວງຮ່ານາມ ຄວນເອົາໃຈໃສ່ເຖິງຄຸນນະພາບການວາງແຜນກຳນົດໃນວິວັດການພັດທະນາ, ຍູ້ແຮງການຫັນຕົວເມືອງເປັນທັນສະໄຫມ, ດຶງດູດບັນດາໂຄງການອຸດສາຫະກຳເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ແຂວງ ຮ່ານາມ ມີທ່າໄດ້ປຽບຫລາຍຢ່າງ ສະນັ້ນທາງແຂວງຄວນມີການກຳນົດທິດດີໃນການພັດທະນາເສດຖະກິດສັງຄົມ, ໃນນັ້ນ ມີການປະຕິຮູບບໍລິຫານ, ຄວາມສາມັກຄີຈາກອຳນາດການປົກຄອງຕະຫລອດຮອດປະຊາຊົນເພື່ອປະຕິບັດບັນດາການກຳນົດທິດນະໂຍບາຍ, ຄາດໝາຍທີ່ວາງອອກ. ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ: ແຂວງ ຮ່ານາມຄວນເອົາໃຈໃສ່ຄຸນນະພາບວຽກງານວາງແຜນກຳນົດໃນວິວັດການພັດທະນາ: “ແຂວງຮ່ານາມ ມີເນື້ອທີ່ດິນແຄບ, ປະຊາຊົນເປັນຈຳນວນຫລວງຫລາຍ, ສະນັ້ນ ບັນຫາວາງແຜນກຳນົດ, ຄຸນນະພາບການວາງແຜນກຳນົດແມ່ນສຳຄັນທີ່ສຸດ, ຕິດພັນກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ແລະ ຢູ່ເຂດທົ່ງພຽງພາກເຫນືອ. ຄຽງຄູ່ກັນນັ້ນ ການພັດທະນາວ່ອງໄວແຕ່ຕ້ອງມີລັກສະນະຍືນຍົງ, ເປັນຕົ້ນຕ້ອງຖືບັນຫາສິ່ງແວດລ້ອມເປັນສຳຄັນ”.
(ແຫຼ່ງຄັດຈາກ VOV)