• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນຄໍາເຫັນກັບປະທານສະພາສູງ ແລະ ສະພາຕໍ່າ ອົດສະຕາລີ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຢັ້ງຢືນວ່າ ຫວຽດນາມປາດຖະໜາຢາກເຮັດໃຫ້ການພົວພັນກັບອົດສະຕາລີໃນທຸກຂົງເຂດໃຫ້ເລິກເຊິ່ງ ກວ່າອີກ

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານສະພາສູງ ອົດສະຕາລີ Scott Ryan,
ປະທານສະພາຕໍ່່າ ອົດສະຕາລີ Tony Smith
 

ໃນຂອບເຂດການຢ້ຽມຢາມອົດສະຕາລີ, ວັນທີ 15 ມີນາ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະແລກປ່ຽນຄໍາເຫັນກັບທ່ານປະທານສະພາສູງ ອົດສະຕາລີ Scott Ryan ແລະ ປະທານສະພາຕໍ່່າ ອົດສະຕາລີ Tony Smith.

        ທີ່ການພົບປະແລກປ່ຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຢັ້ງຢືນວ່າ ຫວຽດນາມປາດຖະໜາຢາກເຮັດໃຫ້ການພົວພັນກັບອົດສະຕາລີໃນທຸກຂົງເຂດໃຫ້ເລິກເຊິ່ງ ກວ່າອີກ ໃນນັ້ນມີສະພາແຫ່ງຊາດ; ພ້ອມທັງສະເໜີໃຫ້ສະພາສູງ ແລະ ສະພາຕໍ່າ ຄວນເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດໃຫ້ເຂັ້ມແຂງກວ່າ ອີກ ເພື່ອໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ສ້າງຕັ້ງ.

        ສ່ວນຝ່າຍອົດສະຕາລີ, ທ່ານປະທານສະພາສູງ Scott Ryan ແລະ ປະທານສະພາຕໍ່່າ Tony Smith ຢັ້ງຢືນວ່າ ສະພາສູງ ແລະ ສະພາຕໍ່າອົດສະຕາລີ ຍາມໃດກໍສະໜັບສະໜູນ ແລະ ໜູນຊ່ວຍການພັດທະນາການພົວພັນລະຫວ່າງຫວຽດນາມ - ອົດສະຕາລີຢ່າງສຸດໃຈ. ທ່ານປະທານສະພາສູງ Scott Ryan ໃຫ້ຮູ້ວ່າ ຈະສືບຕໍ່ສ້າງເງື່ອນໄຂ, ສະໜັບສະໜູນວົງຄະນະຍາດຊາວຫວຽດນາມຢູ່ອົດສະຕາລີ ເຊື່ອມຕົວເຂົ້າກັບສັງຄົມ ແລະ ທໍາມາຫາກິນປະສົບຜົນສໍາເລັດ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ ກໍຄືການພົວພັນ ລະຫວ່າງ ຫວຽດນາມ - ອົດສະຕາລີ ຢ່າງຕັ້ງໜ້າ

(ແຫຼ່ງຄັດຈາກ VOV)


ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top