• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນດານັກລົງທຶນແຖວຫນ້າຂອງເຢຍລະມັນ

      ຕອນບ່າຍວັນທີ 6 ກໍລະກົດ, ທີ່ການຕ້ອນຮັບບັນດາວິສາຫະກິດແຖວຫນ້າຂອງເຢຍລະມັນໃນຫລາຍຂົງເຂດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແຈ້ງໃຫ້ບັນດາວິສາຫະກິດເຢຍລະມັນຮັບຊາບກ່ຽວກັບສະຖານທີ່ລົງທຶນທີ່ດູດດື່ມຢູ່ຫວຽດນາມ 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບບັນ
ດາວິສາຫະກິດແຖວຫນ້າຂອງເຢຍລະມັນ. ພາບ:baochinhphu.vn
      ດ້ວຍເສດຖະກິດເຕີບໂຕຢ່າງວ່ອງໄວ, ມີຄວາມສະຖຽນລະພາບດ້ານມະຫາພາກ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດພວມໄດ້ຮັບການປັບປຸງນັບມື້ນັບສະດວກຈາກລັດຖະບານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ເຢຍລະມັນແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສະເຫນີບັນດານັກລົງທຶນເຢຍລະມັນຈົ່ງລົງທຶນຢູ່ຫວຽດນາມ ຢ່າງແຮງກວ່າ ພິເສດແມ່ນຂົງເຂດປະຢັດພະລັງງານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ສົ່ງເສີມການລົງທຶນຂອງພາກເອກະຊົນກໍຄືການລົງທຶນຕ່າງປະເທດກ່ຽວກັບຂົງເຂດການເງິນສາທາລະນະສຸກ ຄື: ປະກັນສຸຂະພາບ, ອຸປະກອນການແພດ, ການຢາ, ການກໍ່ສ້າງພື້ນຖານໂຄງລ່າງເບິ່ງແຍງສຸຂະພາບກໍ່ຄືບັນດາໂຮງໝໍ ນັບທັງສົ່ງເສີມການຮູບການຮ່ວມມືລົງທຶນ ພາກລັດ ເອກະຊົນ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂ, ເອົາໃຈໃສ່ເຖິງຄວາມມຸ້ງມາດປາດຖະຫນາອັນຊອບທຳຂອງນັກລົງທຶນ, ຖືໄຊຊະນະຂອງບັນດານັກລົງທຶນແມ່ນໄຊຊະນະຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

Top