• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງຮ່ານາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່​ງ​ເສີມ​
ການ​ລົງ​ທຶນ​ເຂົ້າ​ແຂວງ ຮ່າ​ນາມ
ພາບ:TTXVN
      ຕອນ​ບ່າຍ​ວັນ​ທີ 6/8 ຢູ່ ນະ​ຄອນ ຝູ​ລີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່​ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ແຂວງ ຮ່າ​ນາມ ປີ 2016 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 400 ຄົນ​ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ, ແຂວງ ຮ່າ​ນາມ ຕ້ອງ​ປ່ຽນ​ໃຫມ່​ວິ​ທີ​ການ​ວາງ​ແຜນ​ກຳ​ນົດ.
        “ກ່ອນ​ອື່ນ​ໝົດ ຕ້ອງ​ປ່ຽນ​ໃຫມ່​ວິ​ທີ​ວາງ​ແຜນ​ກຳ​ນົດ, ເພ​ີ​່ມ​ທະ​ວີ​ການ​ປະ​ກອບ​ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ຜູ້​ຊ່ຽວ​ຊານ, ບັນ​ດາ​ຂະ​ແຫນງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ. ຄຽງ​ຄູ່​ກັນ​ນັ້ນ ອຳ​ນາດ​ການ​ປົກ​ຄອງ​ແຂວງ, ບັນ​ດາ​ທ້ອງ​ຖິ່ນ​ພາຍ​ໃນ​ແຂວງ ຄວນ​ຕັ້ງ​ຫນ້າ​ໂອ້​ລົມ​ສົນ​ທະ​ນາ, ຮັບ​ເອົາ​ຄຳ​ເຫັນ​ຂອງບ​ັນ​ດາ​ນັກ​ລົງ​ທຶນ​ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ​ຊື່ງ​ເຂົາ​ເຈົ້າ​ພວມ​ປະ​ສົບ ເພື່ອ​ພ້ອມ​ກັນ​ແກ້​ໄຂ.”
ທີ່ກອງ​ປະ​ຊຸມ, ການ​ນຳ​ແຂວງ ຮ່າ​ນາມ ຍົກ​ອອກ 10 ຄຳ​ໝັ້​ນ​ສັນ​ຍາ ໂດຍ​ຢືນ​ຢັນ ຮັບ​ປະ​ກັນ​ພື້ນ​ຖານ​ໂຄງ​ລ່າງ ແລະ ສະ​ຫນອງ​ບໍ​ລິ​ການ​ທີ່​ຈຳ​ເປັນ​ຄື: ໄຟ​ຟ້າ, ສະ​ຫນອງ​ນ້ຳ​, ໂທ​ລະ​ຄົມ​ມະ​ນາ​ຄົມ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top