• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ທ່ານ​ຫງວຽນ​ຊວນ​ຟຸກ ​ໄດ້​​ໄປຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ ​ແລະ 
ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ປະທານ ​ໂຮ່ຈີ​ມິນ
      ຕອນ​ບ່າຍ​​ວັນ​ທີ 23/08, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​​ໄປຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ປະທານ ​ໂຮ່ຈີ​ມິນ ຜູ້ນຳ​ທີ່​ຍິງ​ໃຫຍ່​ຂອງ​ປະຊາຊົນຫວຽດ​ນາມ​ບັນດາ​ເຜົ່າ ຢູ່​​ເຂດອະນຸສອນ​ສະຖານປະທານ ​ໂຮ່ຈີ​ມິນ ​ໃນ​ບໍລິ​ເວນ​ສຳນັກງານ​ປະທານ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ລະ​ນຶກ 47 ປີ​​ແຫ່ງ​ວັນເຖິງ​ແກ່​ມໍລະນະ​ກຳ​ປະທານ ​ໂຮ່ຈີ​ມິນ (02/09/1969 – 02/09/2016) ​ແລະ 47 ປີ​ແຫ່ງ​ວັນ​ປະຕິບັດຄຳພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ລົ້ນ​ເຫຼືອຕໍ່​ຄຸນງາມຄວາມ​ດີ​ອັນໃຫຍ່​ຫລວງ​ຂອງ​ເພີ່ນ ສຳລັບ​ພາລະກິດຕໍ່ສູ້​ປົດ​ປ່ອຍ​ຊາດ, ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຢ້ຽມຢາມ​ຖາມ​ຂ່າວ​, ປຸກລະດົມ​ກຳລັງ​ໃຈ​ພະນັກງານ, ພາລະ​ກອນ​ເຂດອະນຸສອນ​ສະຖານ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top