• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງຈີນ

      ຕອນບ່າຍວັນທີ 18 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕອ້ນຮັບ ພົນໂທ ຟ່ານແຈ໋ງຫຼົງ ກຳມະການກົມການເມືອງ, ຮອງປະທານຄະນະພັກການທະຫານສູນກາງ ຈີນ ມາຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບທະຫານປ້ອງກັນຊາຍແດນ ຫວຽດນາມ -ຈີນ ຄັ້ງທີ 4

ການພົບປະລະຫວ່າງ 2 ຝ່າຍ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ປະຕິບັດຫລາຍວຽກງານເພື່ອຮັບໃຊ້ໃຫ້ລາຍການພົບປະແລກປ່ຽນທະຫານປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ນີ້. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ໃນໄລຍະຜ່ານມາກອງທັບສອງປະເທດ ໄດ້ຄຸ້ມຄອງ, ຮັກສາສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດເຂດຊາຍແດນທາງບົກ. ທະຫານເຮືອ ແລະ ຕຳຫລວດທະເລສອງປະເທດ ໄດ້ໄປມາຢ້ຽມຢາມເຊິ່ງກັນ ແລະກັນ, ຝືກຊ້ອມຮ່ວມໃນການຊອກຫາກູ້ໄພກູ້ຊີບ ແລະ ລາດຕະເວນປະສົມຢູ່ເຂດອ່າວພາກເຫນືອ. ທ່ານນາຍົກລັດຖະມົນຕີ ສະເຫນີ ສອງຝ່າຍມານະພະຍາຍາມສ້າງທະເລຕາເວັນອອກແຫ່ງສັນຕິພາບ, ມິດຕະພາບ, ປະຕິບັດຖະແຫລງແຫ່ງການການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
      ສ່ວນທ່ານ ຟ່ານແຈ໋ງຫຼົງ ຮອງປະທານຄະນະພັກການທະຫານສູນກາງຈີນ ຖືວ່າ ໃນຊຸມປີມໍ່ໆມານີ້ ພາຍໃຕ້ການຊີ້ນຳຂອງສອງພັກ, ການພົວພັນລະຫວ່າງກອງທັບສອງປະເທດພັດທະນາອັນດີງາມ, ສອງປະເທດໄດ້ແລກປ່ຽນການຢ້ຽມຢາມຂັ້ນສູງເປັນປະຈຳ, ບັນດາຂົງເຂດຮ່ວມມືກໍ່ພັດທະນາຢ່າງແຮງ. ທ່ານ ຟ່ານແຈ໋ງຫຼົງ ຮອງປະທານຄະນະພັກການທະຫານສູນກາງ ກໍ່ສະເຫນີ ສອງຝ່າຍ ພ້ອມກັນຊຸກຍູ້ສ້າງ COC ສຳເລັດໂດຍໄວ.
      ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ປະທານປະເທດ ເຈີນດ້າຍກວາງ ກໍ່ໄດ້ຕ້ອນຮັບ ພົນໂທ ຟ່ານແຈ໋ງຫຼົງ ກຳມະການກົມການເມືອງ, ຮອງປະທານຄະນະພັກການທະຫານສູນກາງ ຈີນ. 
(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top