• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕອ້ນຮັບ ຜູ້ອຳນວຍການໃຫ່ຍ ບໍລິຫານກຸ່ມບໍລິສັດ Mainstream Renewable (ອຽກລັງ)

ຕອນບ່າຍວັນທີ 20 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ. 

ທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ (ພາບ: TTXVN)

ທ່ານນາງຮອງປະທານປະເທດຫວຽດນາມເນັ້ນໜັກວ່າ: ພະລັງງານໄຟຟ້າ ແມ່ນໜຶ່ງໃນບັນດາຄວາມຕ້ອງການອັນຮີບດວ່ນໃນການກຳນົດທິດພັດທະນາແບບຍືນຍົງຂອງຫວຽດນາມ; ພ້ອມດຽວກັນນັ້ນ, ທ່ານນາງໄດ້ຕີລາຄາສູງຕໍ່ຄວາມເປັນໄປໄດ້ຂອງໂຄງການພະລັງງານໃຊ້ໄຟຟ້າແຮງລົມທີ່ກຸ່ມບໍລິສັດ Mainstream Renewable ພວມຂຶ້ນແຜນຜັນຂະຫຍາຍ. ທ່ານນາງຮອງປະທານປະເທດຫວຽດນາມມີຄວາມປາດຖະໜາຢາກໃຫ້ໂຄງການດັ່ງກ່າວ ໄດ້ນຳເຂົ້າເຄື່ອນໄຫວໂດຍໄວ ແລະ ອວຍພອນໃຫ້ໂຄງການປະສົບຜົນເລັດ, ເຊິ່ງຈະເປັນຂົວຕໍ່ໃຫ້ກຸ່ມບໍລິສັດ Mainstream Renewable ໄດ້ໂຄສະນາຢ່າງຕັ້ງໜ້າກ່ຽວກັບສິ່ງແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ.

        ກຸ່ມບໍລິສັດMainstream Renewableແລະກຸ່ມບໍລິສັດຝູເກື່ອງຂອງຫວຽດນາມໄດ້ລົງນາມຂໍ້ຕົກລົງການຮ່ວມມີມູນຄ່າ 2 ຕື້ໂດລາສະຫະລັດໂດຍແນໃສ່ການພັດທະນາ, ກໍ່ສ້າງແລະການເຄື່ອນໄຫວໂຮງງານຜະລິດພະລັງງານໃຊ້ໄຟຟ້າແຮງລົມ ຝູເກື່ອງ (ກຳລັງແຮງ 800 MW) ຢູ່ ແຂວງ ຊອັກຈັງ. ທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable, ຫວັງວ່າໂຄງການດັ່ງກ່າວຈະໄດ້ນຳເຂົ້າສູ່ການຜັນຂະຫຍາຍໂດຍໄວເພື່ອປະກອບສ່ວນສະໜອງແຫຼ່ງພະລັງງານສະອາດດ້ວຍລາຍຈ່າຍທີ່ເໝາະສົມ ແລະ ມີຂະໜາດໃຫ່ຍ ໃຫ້ແກ່ຫວຽດນາມ; ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນໃນການພັດທະນາພະລັງງານໄຟຟ້າໃຊ້ແຮງລົມຂອງຫວຽດນາມ ແລະ ຢັ້ງຢືນວ່າພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມຂຸດຄົ້ນທ່າແຮງບົ່ມຊ້ອນດັ່ງກ່າວ./.

 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top