• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ອວຍພອນສະຫະສະມາຄົມ ສາສະໜາ ໂປແຕສຕັງ ຫວຽດນາມ

ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ສົ່ງຄຳອວຍພອນອັນປະເສີດ ມາຍັງຄຸນພໍ່ ຖາຍເຝືອກເຈື່ອງ, ຫົວໜ້າສະຫະສະມາຄົມ ສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້) ແລະ ບັນດາຄຸນພໍ່ໃນສະຫະສະມາຄົມ ຕ້ອນຮັບວັນບຸນຄຣິດສະມາດ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນ ສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ

ຕອນບ່າຍວັນທີ 20 ທັນວາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນ ສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້), ແລະ ຄຸນພໍ່, ຫົວໜ້າສະຫະສະມາຄົມ ຖາຍເຝືອກເຈື່ອງ ເນື່ອງໃນໂອກາດວັນ ຄຣິດສະມາດ 2018 ແລະ ປີໃໝ່ສາກົນ 2019.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງຄຸນພໍ່ ຖາຍເຝືອກເຈື່ອງ, ຫົວໜ້າສະຫະສະມາຄົມສາສະໜາ ໂປແຕສຕັງ ຫວຽດນາມ (ພາກໃຕ້) ແລະ ບັນດາຄຸນພໍ່ໃນສະຫະສະມາຄົມ ຕ້ອນຮັບວັນບຸນຄຣິດສະມາດ ແລະ ປີໃໝ່ສາກົນ 2019 ຢ່າງເບີກບານມ່ວນຊື່ນ; ສະແດງຄວາມເຊື່ອໝັ້ນຕໍ່ຊາວຄຼິດສະຕຽນສືບຕໍ່ຕິດພັນກັບສາສະໜາ ແລະ ການດຳລົງຊີວິດ, ປະກອບສ່ວນກໍ່ສ້າງປະເທດຊາດໃຫ້ນັບມື້ນັບພັດທະນາ.

ທ່ານນາງຮອງປະທານປະເທດກໍ່ໄດ້ກ່າວຄຳຂອບໃຈ ແລະ ຮັບຮູ້ບັນດາການປະກອບສ່ວນຂອງບັນດາຄຸນພໍ່, ຜູ້ມີຍົດຖາບັນດາສັກຊ່ວຍວຽກ ພ້ອມທັງສາສະນິກກະຊົນຂອງສາສະໜາ ໂປແຕສຕັງ, ຮ່ວມເດີນທາງພ້ອມກັບພັກ, ລັດ ປະຕິບັດທຸກແຜນນະໂຍບາຍ, ນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາລວມ.

(ແຫຼ່ງຄັດຈາກ VOV)

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຟອງ​ຍາ-ແກ​ບາງ ອອກ​ສູ່​ພາກ​ພື້ນ ອາ​ຊຽນ

ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງ ກວາງຈິ, ພິເສດແມ່ນຖ້ຳ ເຊີນດ່ອງ....

Top