• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບ​ທ່ານປະທານສະພາແຫ່ງຊາດສີລັງກາ

ໃນລະຫວ່າງວັນທີ 23 – 27 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສີລັງກາ ໂດຍທ່ານ Karu Jayauriya, ປະທານສະພາແຫ່ງຊາດສີລັງກາ ນໍາໜ້າ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງີນ.

(ການເຈລະຈາລະຫວ່າງ 2 ຝ່າຍ)

ຕອນເຊົ້າວັນທີ 24 ເມສາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ດຳເນີນການເຈລະຈາກັບທ່ານປະທານສະພາແຫ່ງຊາດ ສີລັງກາ. ທີ່ການພົບປະເຈລະຈາ, ປະທານສະພາແຫ່ງຊາດ ສອງທ່ານລ້ວນແຕ່ຖືວ່າ ສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດຂອງສອງປະເທດ ຄວນເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາສົນທິສັນຍາ, ຂໍ້ຕົກລົງທີ່ສອງປະເທດໄດ້ລົງນາມຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນປ້ອງກັນຊາດ; ຜັນຂະຫຍາຍກົນໄກເຈລະຈາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນລັດຖະມົນຕີກະຊວງຕຳຫຼວດສອງປີເທື່ອໜຶ່ງ ໂດຍໄວ.

        ກ່ຽວກັບການຮ່ວມມືດ້ານການຄ້າສອງຝ່າຍ, ປະທານສະພາແຫ່ງຊາດສອງທ່ານຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ 1 ຕື້ USD ໂດຍໄວ. ພ້ອມກັນນັ້ນ, ຄວນຍູ້ແຮງການຂຸດຄົ້ນ, ໂດຍສະເພາະແມ່ນສຳລັບບັນດາຂົງເຂດຫຼັກແຫຼ່ງ ຄື ນ້ຳມັນອາຍແກັດ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ຕ່ຳແຜ່ນຕັດຫຍິບ, ຢາງພາລາ, ເກີບໜັງ, ພະລັງງານຜະລິດຄືນໃໝ່, ການຂົນສົ່ງທາງອາກາດ ແລະ ທາງທະເລ…      

        ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ປາດຖະໜາວ່າ ສີລັງກາມີທັດສະນະຕັ້ງໜ້າກວ່າໃນບັນຫາຢູ່ທະເລຕາເວັນອອກ; ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ, ເປັນຕົ້ນແມ່ນໃນບັນດາເນື້ອໃນທີ່ມີລັກສະນະຫຼັກການ ຄື ຄວາມເສລີໃນການເດີນທະເລ ແລະການບິນ, ປະຕິບັດກົດໝາຍສາກົນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ປອດການທະຫານຢູ່ທະເລຕາເວັນອອກ.

        ສ່ວນການຮ່ວມມືລັດຖະສະພາລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດສອງທ່ານຖືວ່າ ສະພາແຫ່ງຊາດສອງປະເທດ ສືບຕໍ່ຮັກສາ ແລະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການເຄື່ອນໄຫວລັດຖະສະພາ, ບົດຮຽນໃນການສ້າງກົດໝາຍ ແລະ ຕິດຕາມກວດກາ; ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງສອງປະເທດໃຫ້ດີກວ່າໃນເລື່ອງຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດເວົ້າສະເພາະ ແລະ ສອງປະເທດເວົ້າລວມ . ສອງຝ່າຍຄວນຍູ້ແຮງການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາສາກົນ ໂດຍສະເພາະແມ່ນ ຢູ່ສະຫະພັນລັດຖະສະພາໂລກ (IPU).

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top