
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານ Kalma Malhotra, ຜູ້ປະສານງານສະຫະປະຊາຊາດ,
ຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ
ຕອນບ່າຍວັນທີ 3/3, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານ Kalma Malhotra, ຜູ້ປະສານງານສະຫະປະຊາຊາດ, ຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຂອບອົກຂອບໃຈການໜູນຊ່ວຍຂອງສະຫະປະຊາຊາດ, ແລະ UNDP ສຳລັບວິວັດການພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ. ສະພາແຫ່ງຊາດ ຫວຽດນາມ ຊົມເຊີຍ ສະຫະປະຊາຊາດ ໄດ້ຮັບຮອງເອົາລາຍການພັດທະນາ UNDP ເຊິ່ງໄດ້ໜູນຊ່ວຍການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ. ທ່ານນາງສະເໜີສະຫະປະຊາຊາດສືບຕໍ່ໜູນຊ່ວຍດ້ານເຕັກນິກໃນວິວັດແຫ່ງການຜັນຂະຫຍາຍບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ, ບັນດາແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.ຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ
ສ່ວນ ທ່ານ Kalma Malhotra, ກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດນຳໜ້າໃນຂໍ້ລິເລີ່ມ ສະຫະປະຊາຊາດ ໜຶ່ງດຽວ ແລະ ສະພາແຫ່ງຊາດ ຫວຽດນາມ ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ ຫວຽດນາມ. ທ່ານ Kalma Malhotra ປາຖະໜາຢາກຊຸກຍູ້ຂໍ້ລິເລີ່ມນີ້ຢູ່ ຫວຽດນາມ. ສະຫະປະຊາຊາດຈະສືບຕໍ່ສົມທົບກັບສະພາແຫ່ງຊາດ ຫວຽດນາມ ໃນການຮຽບຮຽງເອກະສານດ້ານກົດໝາຍ. ພ້ອມທັງຢາກປະກອບສ່ວນເພື່ອນຳ ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງສູງ.
(ແຫຼ່ງຄັດຈາກ VOV)