ກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງການພົວພັນ ອາຊຽນ - ລັດເຊຍ ຈະສຳຫຼວດກວດຄືນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍໃນໄລຍະຜ່ານມາຢ່າງຮອບດ້ານ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ່ງຮ່ວາງຢາງ (ພາບ: ກະຊວງການຕ່າງປະເທດ)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ຫຽດນາມ ເລມິງຮຶງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງການພົວພັນ ອາຊຽນ ລັດເຊຍ ທີ່ໄດ້ດຳເນີນແຕ່ວັນທີ 17 – 18 ມິຖຸນາ 2026 ຢູ່ນະຄອນ ກາຊານ, ສະຫະພັນ ລັດເຊຍ. ກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງການພົວພັນ ອາຊຽນ - ລັດເຊຍ ຈະສຳຫຼວດກວດຄືນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍໃນໄລຍະຜ່ານມາຢ່າງຮອບດ້ານ, ສະເໜີບັນດາການກຳນົດທິດໃໝ່, ບັນດາຂົງເຂດຈຸດສຸມ, ມາດຕະການບຸກທະລຸ, ເພີ່ມທະວີການຮ່ວມມືຢ່າງແທ້ຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ, ພິເສດແມ່ນຄວາມໝັ້ນຄົງດ້ານພະລັງງານ. ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ່ງຮ່ວາງຢາງ ໃຫ້ຮູ້ວ່າ:
ເປົ້າໝາຍລຸລ່ວງຂອງການປະຕິບັດງານຄັ້ງນີ້ແມ່ນເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງ ຫວຽດນາມ, ຊຸກຍູ້ຄວາມເຫັນດີເຫັນພ້ອມ ແລະ ການປະກອບສ່ວນບັນດາການກຳນົດທິດຢ່າງແທ້ຈິງ, ຜ່ານນັ້ນສ້າງກຳລັງໜູນໃໝ່ໃຫ້ການພົວພັນ ອາຊຽນ - ລັດເຊຍ. ສິ່ງນີ້ຍິ່ງມີຄວາມໝາຍເມື່ອ ໃນໄລຍະຜ່ານມາ ຫວຽດນາມ ໄດ້ສວມບົດບາດຫຼັກແຫຼ່ງໃນການສ້າງຄວາມເຫັນດີເຫັນພ້ອມໃນອາຊຽນ ກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດນີ້.
(ແຫຼ່ງຄັດຈາກ VOV)