ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບຜູ້ປະສານງານສະຫະປະຊາຊາດ


ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ແລະ ທ່ານ Kalma Malhotra, ​ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ,
ຫົວໜ້າ​ອົງການ​ຕາງໜ້າ UNDP ປະຈຳ ຫວຽດນາມ
      ຕອນ​ບ່າຍ​ວັນ​ທີ 3/3, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Kalma Malhotra, ​ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ, ຫົວໜ້າ​ອົງການ​ຕາງໜ້າ UNDP ປະຈຳ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຂອບ​ອົກ​ຂອບ​ໃຈ​ການ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດ, ​ແລະ UNDP ສຳລັບ​ວິວັດ​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ ຫວຽດນາມ. ສະພາ​ແຫ່ງ​ຊາດ ຫວຽດນາມ ຊົມ​ເຊີຍ ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ລາຍການ​ພັດທະນາ UNDP ​ເຊິ່ງ​ໄດ້​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງສະ​ເໜີ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃນ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ບັນດາ​ແຜນການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.
ສ່ວນ ທ່ານ Kalma Malhotra, ກໍ່​​ເນັ້ນ​ໜັກ​ວ່າ ຫວຽດນາມ​ ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ຂໍ້​ລິ​ເລີ່​ມ ສະຫະ​ປະຊາ​ຊາດ ໜຶ່ງ​ດຽວ ​ແລະ ສະພາ​ແຫ່ງ​ຊາດ       ຫວຽດນາມ ​ແມ່​ນອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ ຫວຽດນາມ. ທ່ານ Kalma Malhotra ​ປາຖະໜາ​ຢາກ​ຊຸກຍູ້​ຂໍ້​ລິ​ເລີ່​ມນີ້​ຢູ່ ຫວຽດນາມ. ສະຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່​ສົມທົບ​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ການ​ຮຽບຮຽງ​ເອກະສານ​ດ້ານ​ກົດໝາຍ. ພ້ອມ​ທັງ​ຢາກ​ປະກອບສ່ວນ​ເພື່ອ​ນຳ ຫວຽດນາມ​ ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງ.
 (ແຫຼ່ງຄັດຈາກ VOV)

top