• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ - 19 ກວ່າ 5,2 ລ້ານຄົນ

      ໄລ່ມາຮອດປັດຈຸບັນ, ເຊື້ອໄວຣັດກາຍພັນ Omicron ໄດ້ກວດພົບຢູ່ ອາຟະລິກາດໃຕ້, ບົດສະວານາ, ອິດສະຣາແອັນ, ແບນຊິກ ແລະ ເຂດປົກຄອງພິເສດ ຮົ່ງກົງ (ຈີນ).
(ພາບປະກອບ: TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 27 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 260,85 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,2 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຢັ້ງຢືນມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຫຼາຍທີ່ສຸດໃນໂລກ ດ້ວຍກວ່າ 799.000 ຄົນເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອທັງໝົດກວ່າ 49 ລ້ານຄົນ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 560.000 ຄົນ, ມີຜູ້ຫາຍດີກວ່າ 394.500 ຄົນ ແລະ ມີ 6.287 ຄົນເສຍຊີວິດ.
        ພາຍຫຼັງທີ່ວົງການນັກວິທະຍາສາດ ກວດພົບເຊື້ອໄວຣັດກາຍພັນໃໝ່ຈາກ SARS – CoV – 2 ແມ່ນ B.1.1.529 ດ້ວຍຈຳນວນກາຍພັນສູງທີ່ສຸດ, ວັນທີ 26 ພະຈິກ, ອົງການອະນາໄມໂລກ ໄດ້ຈັດກອງປະຊຸມ ແລະ ຕັ້ງຊື່ໃຫ້ເຊື້ອໄວຣັດກາຍພັນນີ້ວ່າ Omicron, ພ້ອມທັງ ຖະແຫຼງວ່າ ນີ້ແມ່ນເຊື້ອໄວຣັດກາຍພັນທີ່ “ເປັນໜ້າວິຕົກກັງວົນ”. ໄລ່ມາຮອດປັດຈຸບັນ, ເຊື້ອໄວຣັດກາຍພັນ Omicron ໄດ້ກວດພົບຢູ່ ອາຟະລິກາດໃຕ້, ບົດສະວານາ, ອິດສະຣາແອັນ, ແບນຊິກ ແລະ ເຂດປົກຄອງພິເສດ ຮົ່ງກົງ (ຈີນ).
(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top