• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມຊາດຟີຊິກສາດ ຫວຽດນາມ ຍາດໄດ້ຜົນງານດີເລີດທີ່ການເສັງ Olympic ຟີຊິກສາດສາກົນ

ທີ່ການເສັງ Olympic ວິຊາຟີຊິກສາດສາກົນຄັ້ງທີ 49 ປີ 2018 ໄດ້ຈັດຕັ້ງຢູ່ປະເທດ ສ.ປອກຕູຍການ ແຕ່ວັນທີ 21 – 29 ກໍລະກົດ 2018, ທິມ ຫວຽດນາມ ເຂົ້າຮ່ວມລວມມີນັກຮຽນ 5 ຄົນ ຍາດໄດ້ຜົນງານດີເລີດດ້ວຍຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.

ທິມຊາດຟີຊິກສາດ ຫວຽດນາມ ຍາດໄດ້ຜົນງານດີເລີດທີ່ການເສັງ Olympic ຟີຊິກສາດສາກົນ (ພາບ:nhandan.com)
ການເສັງ Olympic ວິຊາຟີຊິກສາດສາກົນຄັ້ງທີ 49 ປີນີ້ ມີການເຂົ້າຮ່ວມຂອງ 86 ປະເທດ ແລະ ເຂດແຄ້ວນ.  ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດທີ່ຍາດໄດ້ຫຼຽນຄຳຈາກ 2 ຫຼຽນຂຶ້ນໄປ ແລະ ໄດ້ຈັດອັນດັບສູງ. ຖັດຈາກທິມ Olympic ຄະນິດສາດ, ຊີວະສາດສາກົນ, ຜົນງານຂອງທີມ Olympic ຟີຊິກສາດສາກົນ ສືບຕໍ່ຢັ້ງຢືນຜົນງານຂອງບັນດາຄະນະນັກຮຽນ ຫວຽດນາມ ຢູ່ບັນດາການເສັງ Olympic ສາກົນປີນີ້. 
(ແຫຼ່ງຄັດຈາກ VOV)
 

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.

Top