• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັດ​ສິນ​ໃຈ​ຍົກ​ເລີກ “ບັດ​ເຫຼືອງ” ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ ຢູ່ IUU

ຝ່າຍ EC ໄດ້ຈັດຕັ້ງບັ້ນກວດກາຕົວຈິງ 2 ຄັ້ງຢູ່ຫວຽດນາມ ໃນເດືອນພຶດສະພາ 2018 ແລະ ເດືອນ ພະຈິກ 2019 ແລະ ຫຼຸດລົງເຫຼືອພຽງ 4 ກຸ່ມສົ່ງເສີມຄວາມຮຽກຮ້ອງຕ້ອງການທີ່ຫວຽດນາມ ຕ້ອງປະຕິບັດໃນໄລຍະຈະມາເຖິງ. 
ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເປັນປະທານກອງປະຊຸມ (ພາບ: TTXVN)

ວັນທີ 13 ກໍລະກົດ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງາຍ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU) ໄດ້ຈັດກອງປະຊຸມທາງອອນລາຍ ກັບ 28 ແຂວງ, ນະຄອນແຄມທະເລ. ວັນທີ 23 ຕຸລາ 2017, ຄະນະກຳມະການເອີລົບ (EC) ໄດ້ຍົກອອກຄຳກ່າວເຕືອນ “ບັດເຫຼືອງ” ຕໍ່ການເຄື່ອນໄຫວຂຸດຄົ້ນ IUU ແລະ ຍົກອອກຂໍ້ສະເໜີ 9 ຂໍ້ ເຊິ່ງຮຽກຮ້ອງໃຫ້ ຫວຽດນາມ ຕ້ອງປະຕິບັດ ເພື່ອຍົກເລີກ "ບັດເຫຼືອງ". ຝ່າຍ EC ໄດ້ຈັດຕັ້ງບັ້ນກວດກາຕົວຈິງ 2 ຄັ້ງຢູ່ຫວຽດນາມ ໃນເດືອນພຶດສະພາ 2018 ແລະ ເດືອນ ພະຈິກ 2019 ແລະ ຫຼຸດລົງເຫຼືອພຽງ 4 ກຸ່ມສົ່ງເສີມຄວາມຮຽກຮ້ອງຕ້ອງການທີ່ຫວຽດນາມ ຕ້ອງປະຕິບັດໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລວັນແທັງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ, ເນັ້ນໜັກເຖິງຄວາມຕັດສິນໃຈຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແມ່ນຄ່ອຍໆຫຼຸດຜ້ອນຈຳນວນກ່ຳປັ່ນຫາປາ ຫວຽດນາມ ທີ່ລະເມີດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU ລົງ ແລະ ຢຸດຕິສະພາບການນີ້ໃນປີ 2022 ເພື່ອຍົກເລີກ “ບັດເຫຼືອງ”ຂອງ EC. ທ່ານຮອງນາຍົກລັດຖະມົນຕີ ໄດ້ເຊີດຊູບົດບາດຂອງວຽກງານຖະແຫຼງຂ່າວໂຄສະນາ, ອະທິບາຍກົດໝາຍ, ຂົນຂວາຍຊາວປະມົງປ່ຽນແປງຄວາມຊິນເຄີຍ, ຮັບຮູ້ຢ່າງຈະແຈ້ງການກະທຳທີ່ລະເມີດ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນສິນທະເລຢ່າງເດັດຂາດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top