• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືດ້ານເຕັກໂນໂລຢີສູງລະຫວ່າງຫວຽດນາມ - ອິດສະຣາແອນ


ທ່ານປະທານປະເທດ ເຈິ່ນດ້າຍກວາງ 
ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch

      ຕອນເຊົ້າວັນທີ 21/2, ຢູ່ສຳນັກງານປະທານປະທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch, ປະທານກຸ່ມບໍລິສັດ IMI Systems Ltd, ຂອງ ອິດສະຣາແອນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫວັງວ່າໄລຍະຈະມາເຖິງ, ທ່ານ Yitzhak Aharonovitch ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນ ສັນຍາສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນ ມີ ອິດສະຣາແອນ ເຄື່ອນໄຫວຢູ່ ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ເຕັກ​ໂນ​ໂລ​ຢີປ້ອງ​ກັນຊາ​ດຂອງ ອິດສະຣາ​ແອນ ​ແລະ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຕາມ​ທິດ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສູງ; ຮ່ວມ​ມື​ຄົ້ນ​ຄ້ວາ ​ແລະ ພັດທະນາ. ສ່ວນທ່ານ Yitzhak Aharonovitch ກໍ່​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ ຫວຽດນາມ​ໃນ​ຂົງ​ເຂດ​ເຊິ່ງກຸ່ມ​ບໍລິສັດ​ມີ​ທ່າ​ແຮງ​ເຊັ່ນ: ການ​ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ສະໜາມ​ບິນ, ການ​ຕ້ານ​ກໍ່​ການ​ຮ້າຍ ​ແລະ ການ​ສຶກສາ​ບຳລຸງ​ສ້າງ. ນອກ​ນັ້ນ​ທ່ານ​ຍັງ​ຢືນຢັນ​ວ່າ, ລັດຖະບານ ອິດສະຣາ​ແອນ ​ແລະ ກຸ່ມ​ບໍລິສັດ IMI ຍາມ​ໃດ​ກໍ່​ປາຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top