• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ຄວາມຄືບໜ້າບັນດາໂຄງການຂຶ້ນກັບຂໍ້ຕົກລົງການຮ່ວມມືລະຫວ່າງ ຫວຽດນາມ - ລາວ

      ວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນທ່ານ ຫງວຽນຈີ໊ຢຸ໊ງ ລັດຖະມົນຕີກະຊວງແຜນການ - ການລົງທຶນ ຫວຽດນາມ ແລະ ທ່ານ ສຸພັນ ແກ້ວມີໄຊ  ລັດຖະມົນຕີກະ   ຊວງແຜນການ - ການລົງທຶນ ລາວ ໄດ້ ເປັນປະທານຮ່ວມກອງປະຊຸມແລກປ່ຽນວິຊາສະເພາະລະຫວ່າງ ກະຊວງແຜນການ - ການລົງທຶນ ສອງປະເທດ.

ລັດຖະມົນຕີ ສອງທ່ານລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021
      ກອງປະຊຸມໄດ້ສຸມໃສ່ຕີລາຄາຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືລະຫວ່າງ ລັດຖະບານ ສອງປະເທດ ໃນທຸກໆຂົງເຂດຄື: ເສດຖະກິດ, ວັດທະນະທຳ - ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພິເສດແມ່ນໃນຂົງເຂດເສດຖະກິດ, ປັດຈຸບັນ ຫວຽດນາມ ພວມຢືນຢູ່ອັນດັບ 1 ໃນ 53 ປະເທດທີ່ລົງທຶນເຂົ້າລາວ ດ້ວຍ ໂຄງການຫຼາຍກ່ວາ 400 ໂຄງການ, ຍອດເງິນລົງທຶນຫຼາຍກ່ວາ 4,1 ຕື້ USD. ບັນດາໂຄງການລົງທຶນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ລາວ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021, ໃຫ້ຄຳໝັ້ນສັນຍາສືບຕໍ່ ເພີ່ມທະວີການຮ່ວມມືຢ່າງຮອບດ້ານລະຫວ່າງ ສອງກະຊວງໃນບັນດາຂົງເຂດແຜນການ ແລະ ການລົງທຶນ, ເປັນສູນຕິດຕໍ່ພົວພັນການຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ, ຈັດສົ່ງຄະນະປະຕິບັດງານໄປແລກປ່ຽນບົດຮຽນເປັນປະ  ຈຳ, ໜູນຊ່ວຍຝຶກອົບຮົມ, ບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຂອງກະຊວງແຜນການ - ການລົງທຶນລາວ…
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top