
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 3 CPR ແລະ PA
ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ອາຊຽນ ແລະ ທ່ານ Pablo Uria, ຫົວຫນ້າກົມຮັບຜິດຊອບການພົວພັນສອງຝ່າຍ ຂຶ້ນກັບ ກົມໃຫຍ່ເສດຖະກິດສາກົນ, ກະຊວງການຕ່າງປະເທດ ຈີເລ, ກອງປະຊຸມແມ່ນຕີລາຄາສະພາບຕົວຈິງຂອງການພົວພັນລະຫວ່າງ ອາຊຽນ ແລະ ພັນທະມິດປາຊີຟີກ ໃນໄລຍະຜ່ານມາ ແລະ ເຫັນດີກັບຫລາຍທິດທາງ, ມາດຕະການສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງພາກພື້ນໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ, ສະເຫນີ: ຍູ້ແຮງວຽກງານຖະແຫລງຂ່າວ, ໂຄສະນາເນື້ອໃນຂອບເຂດການຮ່ວມມືກັບບັນດາອົງການສະເພາະຂະແຫນງກ່ຽວຂ້ອງຂອງສອງຝ່າຍ, ຈາກນັ້ນ ສົ່ງເສີມບັນດາອົງການນີ້ເຂົ້າຮ່ວມ ແລະ ປະຕິບັດບັນດາການເຄື່ອນໄຫວ, ມາດຕະການກ່ຽວຂ້ອງ, ພ້ອມທັງສ້າງແຜນການປະຕິບັດ ໄລຍະ 2017-2018.
(ແຫຼ່ງຄັດຈາກ VOV)