
ບັນດາຜູ້ແທນປຶກສາຫາລືທີ່ກອງປະຊຸມສຳມະນາ
ເນື້ອໃນຕົ້ນຕໍຂອງກອງປະຊຸມສຳມະນາ ແມ່ນ: ບົດຮຽນພາກພື້ນ ແລະ ສາກົນກ່ຽວກັບການແບ່ງກຳນົດທະເລ ແລະ ການແກ້ໄຂຄວາມຂັດແຍ້ງຢູ່ທະເລ, ດ້ານນິຕິທຳໃນການເຄື່ອນໄຫວ ແລະ ຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາກຳລັງປະຕິບັດກົດໝາຍຢູ່ທະເລ. ປອ ຟ້າມລານຢູງ, ຮອງຫົວຫນ້າວິທະຍາຄານການທູດ ໃຫ້ຮູ້ວ່າ: ທະເລຕາເວັນອອກ ສວມບົດບາດສຳຄັນສຳລັບການພັດທະນາເສດຖະກິດ, ຄວາມໝັ້ນຄົງພາກພື້ນ ແລະ ໃນທົ່ວໂລກ, ແມ່ນເຂດທະເລມີສາຍທາງພົວພັ
ນແລກປ່ຽນການຄ້າຫນາແຫນ້ນທີ່ສຸດໃນໂລກ. ການຜັນແປມໍ່ໆມານີ້ຢູ່ ທະເລຕາເວັນອອກ ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍທະເລ ແຕ່ກໍ່ວາງອອກບັນດາຄວາມສ່ຽງສຳລັບຄວາມໝັ້ນຄົງພາກພື້ນ, ໃນສະພາວະມີບາງປະເທດພວມຊອກຫາວິທີປ່ຽນແປງໃຫ້ຫລາຍກວ່າການຮັກສາຄວາມເປັນລະບຽບຮຽບຮ້ອຍຄືປະຈຸບັນ.
(ແຫຼ່ງຄັດຈາກ VOV)