• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນຮ່າໂນ້ຍ ເຊື່ອມຕໍ່ການຈຳໜ່າຍ ຜະລິດຕະພັນກະເສດໃນສະພາບທີ່ເກີດໂລກລະບາດ

      ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຂະແໜງກະສິກຳນະຄອນຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກໃນການຜະລິດ, ຈຳໜ່າຍຜະລິດຕະພັນ. ເພື່ອໜູນຊ່ວຍຊາວກະສິກອນ, ວິສາຫະກິດ, ບັນດາສະຫະກອນ, ຫົວໜ່ວຍທີ່ກ່ຽວຂ້ອງກັບຂະແໜງກະສິກຳຢູ່ນະຄອນຮ່າໂນ້ຍ ລ້ວນແຕ່ໄດ້ເປີດກ້ວາງຫຼາຍຊ່ອງທາງຈຳໜ່າຍຜະລິດຕະພັນກະເສດ, ສ້າງລະບົບຈຳໜ່າຍ ຜະລິດຕະພັນກະເສດ ເພື່ອແນໃສ່ຮັບປະກັນການຜະລິດ, ດຳເນີນທຸລະກິດໃນສະພາບການປະຈຸບັນນີ້ໃຫ້ເປັນປົກກະຕິ.
 
   
      ໂດຍໄດ້ກຳນົດເອົາການຮ່ວມເດີນທາງພ້ອມກັບຊາວກະສິກອນ, ບັນດາສະຫະກອນແມ່ນຄວາມຮັບຜິດຊອບຂອງຕົນ ແລະ ກໍ່ແມ່ນເພື່ອຮັກສາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດນັ້ນ, ມີຫຼາຍວິສາຫະກິດໃນບໍລິເວນ ໄດ້ຫັນທິດເຄື່ອນໄຫວຢ່າງໄວວາ ດ້ວຍບັນດາມາດຕະການທີ່ມີໄຫວພິບ, ເໝາະສົມກັບສະພາບຕົວຈິງ. ເພື່ອຊ່ວຍໃຫ້ບັນດາຜະລິດຕະພັນກະເສດສາມາດຈຳໜ່າຍໄດ້ຢ່າງງ່າຍດາຍ, ຕອບສະໜອງຄວາມຕ້ອງການຂອງຊາວນະຄອນຫຼວງນັ້ນ, ບັນດາວິສາຫະກິດໄດ້ຕິດສະແຕມ QR Code ເພື່ອຮູ້ຈັກໄດ້ເຖິງແຫຼ່ງກຳເນີດຂອງຜະລິດຕະພັນກະເສດປະເພດຕ່າງໆ ຊື່ງໄດ້ຊ່ວຍໃຫ້ຜູ້ບໍລິໂພກມີຄວາມອຸ່ນອ່ຽນໃຈ ກ່ຽວກັບຄຸນນະພາບຂອງຜະລິດຕະພັນກະເສດ.
   ແຕ່ລະມື້, ສະຫະກອນກະສິກຳອົງຄະທາດ ຕ່າມຊາ ໄດ້ຈຳໜ່າຍຜັກປະມານ 2 ໂຕນຜ່ານລະບົບຮ້ານສັບພະສິນຄ້າ ແລະ ສະຖານທີ່ຂາຍເຄື່ອງແຫ່ງຕ່າງໆ ໄດ້ຢ່າງງ່າຍດາຍ ແຕ່ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ປະລິມານການຈຳໜ່າຍ ຜັກຂອງສະຫະກອນກໍ່ຖືກຫລຸດລົງຫຼາຍ. ທ່ານເລດຶກທັງ ຮອງຫົວໜ້າສະຫະກອນກະສິກຳອົງຄະທາດ ຕ່າມຊາ ໃຫ້ຮູ້ວ່າ:
  ບັນດາສະມາຊິກໃນສະຫະກອນ ຢາກນຳເອົາຜັກປອດສານຜິດໄປເຖິງມືຂອງຜູ້ບໍລິໂພກໂດຍກົງ. ສະນັ້ນ, ຖ້າມີບັນດາລະບົບເຊື່ອມຕໍ່ກັນກໍ່ຍິ່ງເປັນການດີ, ໂດຍສະເພາະແມ່ນໃນໄລຍະທີ່ເກີດໂລກລະບາດຄືປະຈຸບັນນີ້.
   ສະເພາະຕາແສງຕ່າມຊາ, ເມືອງດົງແອງ ກໍ່ມີເນື້ອທີ່ປູກຜັກປອດສານຜິດ 64 ເຮັກຕາ. ໃນນັ້ນ 2.5 ເຮັກຕາ ແມ່ນໄດ້ຫັນປ່ຽນໄປປູກຜັກອົງຄະທາດທີ່ມີຄຸນນະພາບສູງ ສະແດງໃຫ້ເຫັນວ່າ ການຂະຫຍາຍເນື້ອທີ່ປູກຜັກອົງຄະທາດຕາມຂັ້ນຕອນ ແມ່ນທິດເດີນທີ່ບັນລຸປະສິດທິຜົນ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນ 2, 3 ເດືອນຜ່ານມາ, ປະລິມານຜັກຈຳໜ່າຍຊັກຊ້າ ໄດ້ເຮັດໃຫ້ຊາວກະສິກອນເກີດຄວາມເປັນຫ່ວງ. ທ່ານນາງ ເລທິແທງ ປະທານສະມາຄົມຊາວກະສິກອນ ຕາແສງ ຕ່າມຊາ, ເມືອງດົງແອງ ໃຫ້ຮູ້ວ່າ:
   ຖ້າບັນດາຜະລິດຕະພັນໄດ້ຮັບການຈຳໜ່າຍໝົດ, ຊາວກະສິກອນ ຈຶ່ງຈະມີຄວາມອຸ່ນອ່ຽນໃຈ. ສິນຄ້າຜະລິດອອກມາຂາຍບໍ່ໄດ້ ກໍ່ເຮັດໃຫ້ຊາວກະສິກອນມີຄວາມເປັນຫ່ວງ.

ພາບປະກອບ:  (nongthonngaynay.vn)
          ລະບົບຮ້ານສັບພະສິນຄ້າ, ຫົວໜ່ວຍຂາຍຍ່ອຍ ທີ່ມີຄວາມໄວ້ເນື້ອເຊື່ອໃຈ ຢູ່ຮ່າໂນ້ຍ ສ່ວນຫຼາຍ ເຂົາເຈົ້າໄດ້ເປັນເຈົ້າການໃນການພົວພັນກັບບັນດາສະຫະກອນປູກ ຜັກ, ໝາກໄມ້ ເພື່ອສັ່ງຊື້ສິນຄ້າ. ບັນດາເມືອງຢູ່ຮ່າໂນ້ຍ ລ້ວນແຕ່ໄດ້ຈັດບັນດາສະຖານທີ່ຂາຍເຄື່ອງດ້ວຍລາຄາເປັນປົກກະຕິ ຢູ່ຕາມເຂດຊຸມຊົນ, ເຂດຄອນໂດ… ບັນດາສະຫະກອນໄດ້ເຊື່ອມຕໍ່ກັບລະບົບສະໜອງ ເພື່ອຈຳໜ່າຍຜະລິດຕະພັນກະເສດ. ສູນໜູນຊ່ວຍພັດທະນາແມ່ຍິງຮ່າໂນ້ຍ ໄດ້ເຊື່ອມຕໍ່ການສະໜອງ, ຄວາມຕ້ອງການ, ພ້ອມທັງໜູນຊ່ວຍໃຫ້ທັງສອງຝ່າຍຊາວກະສິກອນ ແລະ ຜູ້ບໍລິໂພກ. ນອກຈາກການເຊື່ອມຕໍ່ກັບບັນດາສະຫະກອນຈຳໜ່າຍຜະລິດຕະພັນກະເສດໃນນະຄອນແລ້ວ, ສູນໜູນຊ່ວຍພັດທະນາແມ່ຍິງ ຮ່າໂນ້ຍ ຍັງໄດ້ເຊື່ອມຕໍ່ກັບບັນດາແຂວງນະຄອນໃກ້ຄຽງ. ມາຮອດປະຈຸບັນ, ສູນໄດ້ຈຳໜ່າຍຜະລິດຕະພັນກະເສດກ່ວາ 500 ໂຕນແລ້ວ ດ້ວຍ ຜັກ, ໝາກໄມ້ປະມານ 10 ປະເພດ ຂອງບັນດາສະຫະກອນຢູ່ເຂດ, ພາກຕ່າງໆຄື: ໝາກມ່ວງ, ມັນດ້າງ, ໝາກອຶ… ພ້ອມທັງໄດ້ມອບຂອງຂວັນນັບຮ້ອຍພູດ ລວມມີສະບຽງອາຫານ, ທັນຍາຫານ, ຜະລິດຕະພັນກະເສດ ເພື່ອຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ທ່ານນາງຫງວຽນທິຫາວ ຫົວໜ້າສູນໜູນຊ່ວຍພັດທະນາແມ່ຍິງ ຮ່າໂນ້ຍ ໃຫ້ຮູ້ວ່າ:
   ສູນໄດ້ເປີດບາງສະຖານທີ່ຈຳໜ່າຍຜະລິດຕະພັນກະເສດຢູ່ນະຄອນ ແລະ ເມືອງຕ່າງໆ ເພື່ອເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນ. ພວກຂ້າພະເຈົ້າໄດ້ຕິດພັນການສະໜອງບັນດາຄວາມຕ້ອງການທີ່ຈຳເປັນ ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນບັນດາແມ່ຍິງ.
  ດ້ວຍໄຫວພິບ, ຂະຫຍັນຂັນເຄື່ອນ, ຂະແໜງກະສິກຳ ຮ່າໂນ້ຍ ໄດ້ປັບຕົວເຂົ້າກັບສະພາບການທີ່ປະຊາຊົນຈຳກັດການໄປມາ, ຈຳກັດການສຳຜັດ, ປະກອບສ່ວນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ-19. ເມື່ອມີການຮ່ວມເດີນທາງຂອງອຳນາດການປົກຄອງຂັ້ນຕ່າງໆ ແລະ ປະຊາຄົມວິສາຫະກິດ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງຊາວກະສິກອນ, ຂະແໜງກະສິກຳນະຄອນຫຼວງ ຈະຜ່ານຜ່າສິ່ງທ້າທາຍໃນປະຈຸບັນ, ຮັກສາ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດ, ຮັບປະກັນແຫຼ່ງສະໜອງຜະລິດຕະພັນກະເສດ, ສະບຽງອາຫານປອດສາພິດຍສໃຫ້ແກ່ຕະຫຼາດນະຄອນຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top