• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກຫາມາດຕະການຊຸກຍູ້ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ

ຕອນເຊົ້າວັນທີ 18 ມິຖຸນາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5 ດ້ວຍຫົວຂໍ້ທີ່ວ່າ “ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ” ໂດຍສະຖາບັນການຕ່າງປະເທດສົມທົບກັບກອງທຶນ Konrad-Adenauer Stiftung (KAS) ຂອງ ເຢຍລະມັນ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດຕັ້ງ.
ກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5 ໄດ້ດຶງດູດການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 70 ທ່ານເຊິ່ງແມ່ນຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງ, ກະຊວງການຕ່າງປະເທດ, ອົງການທຸຕານຸທູດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມກັບບັນດານັກຮຽນຮູ້ ແລະ ຜູ້ແທນສາກົນເພື່ອແລກປ່ຽນກ່ຽວກັບບັນດາມາດຕະການ ແນໃສ່ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ ກ່ວາອີກ ກໍ່ຄືການຮ່ວມມືລະຫວ່າງບັນດາສະມາຊິກໃນກຸ່ມໃນບັນຫາທະເລຕາເວັນອອກ.

ກອງປະຊຸມສົນທະນາກ່ຽວກັບທະເລຄັ້ງທີ 5

ກ່າວຄຳເຫັນໄຂກອງປະຊຸມເຈລະຈາ, ທ່ານ Peter Girke ຫົວໜ້າກອງທຶນ KAS ຂອງ ເຢຍລະມັນ ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

        “ອາຊຽນ ຍັງຄົງມານະພະຍາຍາມຮັກສາ ແລະ ຢືນຢັນຄວາມປາດຖະໜາຢາກສວມບົດບາດເປັນໃຈກາງໃນບັນດາບັນຫາພາກພື້ນ. ກອງປະຊຸມເຈລະຈາຄັ້ງນີ້ ຈະປຶກສາຫາລືບບັນດາບັນຫາເຄັ່ງຮ້ອນທີ່ກ່ຽວຂ້ອງເຖິງພາກພື້ນຄື: ສົງຄາມການຄ້າ ອາເມລິກາ - ຈີນ ແລະ ວິທີການເພື່ອໃຫ້ ອາຊຽນ ອາດຈະສ້າງ ແລະ ຢັ້ງຢືນທີ່ຕັ້ງໃນການປະທະກັນນັ້ນເປັນຮູບປະທຳ… ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ບັນຫາທະເລຕາເວັນອອກ ກໍ່ແມ່ນເນື້ອໃນບຸລິມະສິດ. 

        ໃນຂອບເຂດກອງປະຊຸມສົນທະນາ, ບັນດາຜູ້ແທນກໍໄດ້ປຶກສາຫາລື ແລະ ຍົກອອກບັນດາວິທີການ ຊ່ວຍສ້າງບັນດາບຸລິມະສິດເປັນຮູບປະທຳ, ກຳນົດຈຸດລວມ, ສ້າງຄວາມໄວ້ເນື້ຶ້ອເຊື່ອໃຈລະຫວ່າງບັນດາປະເທດ ອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ມີລັກສະນະສະດຸ້ງໄວຢູ່ທະເລຕາເວັນອອກ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມເສື່ອມໂຊມ, ແຫຼ່ງຊັບພະຍາກອນປາໝົດກ້ຽງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top