• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຢັ້ງຢືນວ່າ ຂໍ້ຕົກລົງດ້ານການຄ້າກັບອາເມລິກາມີຄວາມລົງລອຍກັນເປັນຢ່າງດີ

      ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 15 ຕຸລາ, ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນ ຢັ້ງຢືນວ່າ ບໍ່ມີ “ຄວາມແຕກຕ່າງກັນ” ໃດກັບອາເມລິກາໃນການມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.
            ກ່ອນໜ້ານັ້ນ, ພາຍຫຼັງການພົບປະກັບທ່ານ ລຽວເຄືອ  ຮອງນາຍົກລັດຖະມົນຕີ ຈີນ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ວໍຊິງຕັນ ແລະ ປັກກິ່ງບັນລຸໄດ້ຂໍ້ຕົກລົງດ້ານການຄ້າທີ່ດີພໍສົມຄວນຢູ່ ໃນໄລຍະທີ 1 ກ່ຽວກັບ ຊັບສິນທາງປັນຍາ, ການບໍລິການດ້ານການເງິນ ແລະ ການຊື້ - ຂາຍຜະລິດຕະພັນ ກະເສດດ້ວຍປະລິມານຫຼາຍ. ທ່ານ Donald Trump ໃຫ້ຮູ້ວ່າ ສອງຝ່າຍພວມກ້າວເຂົ້າໃກ້ ຂໍ້ຕົກລົງຢຸດຕິສົງຄາມການຄ້າ ແລະ ຈະຕ້ອງໃຊ້ເວລາປະມານ 5 ອາທິດຕື່ມອີກເພື່ອສາມາດບັນລຸໄດ້ຂໍ້ຕົກລົງທີ່ເປັນລາຍລັກອັກສອນ. ເຖິງຢ່າງໃດກໍ່ຕາມ, ຝ່າຍຈີນ ພຽງແຕ່ຢັ້ງຢືນວ່າ ບັນລຸໄດ້ຄວາມຄືບໜ້າເທົ່ານັ້ນ ແຕ່ບໍ່ໄດ້ເວົ້າວ່າ ບັນລຸໄດ້ຂໍ້ຕົກລົງໃດໃນກອງປະຊຸມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top