• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບຖ່າຍ, ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018

      ວັນທີ 07 ກັນຍາ ທີ່ແຂວງ ກາວບັງ ໄດ້ດຳເນີນງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018.

ງານວາງສະແດງຮູບຖ່າຍ, ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018 (ພາບ: TTXVN)
      ງານວາງສະແດງດັ່ງກ່າວ ມີຮູບຖ່າຍປະມານ 500 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານປະມານ 60 ເລື່ອງກ່ຽວກັບ ອາຊຽນ ໄດ້ນຳມາວາງສະແດງ ແລະ ສາຍຢູ່ໃນງານ. ງານວາງສະແດງໄດ້ນຳມາໃຫ້ຜູ້ຊົມກ່ຽວກັບບັນດາຮູບພາບທີ່ແທດຈິງກ່ຽວກັບປະເທດ ແລະ ປະຊາຊົນບັນດາປະເທດ ອາຊຽນ, ວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດ ອາຊຽນ, ປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ງານວາງສະແດງຮູບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ປີ 2018 ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນບັນດາປະເທດ ອາຊຽນ. ພ້ອມທັງ ງານວາງສະແດງກໍ່ແມ່ນໂອກາດເພື່ອໃຫ້ແຂວງ ກາວບັງ ໄດ້ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ.
 (ແຫຼ່ງຄັດຈາກ VOV)

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.

Top