
ພາບຖ່າຍໃນງານວາງສະແດງ
(ພາບ: anninhthudo.vn)
ງານວາງສະແດງໄດ້ແນະນຳພາບຖ່າຍ 131 ແຜ່ນຂອງ 40 ຄົນເຊິ່ງແມ່ນສະມາຊິກຂອງສະໂມສອນນັກຂ່າວພາບຖ່າຍສື່ມວນຊົນຮ່າໂນ້ຍ ເພື່ອແນໃສ່ຊ່ວຍໃຫ້ມະຫາຊົນໄດ້ຫວນຄືນບັນດາເຫດການການເມືອງ - ການທູດ, ເສດຖະກິດ, ວັດທະນະທຳ, ສັງຄົມ ຈາກບັນດາພາບຖ່າຍທີ່ໄດ້ຮັບການຄັດເລືອກໃນຮອບເວລາ 10 ປີຜ່ານມາ. ນັກຂ່າວ ຫງວຽນຮຸຍເຄິມ, ສຳນັກຂ່າວສານ Reuters ປະຈຳຮ່າໂນ້ຍ, ຕາງໜ້າໃຫ້ສະໂມສອນນັກຂ່າວພາບຖ່າຍສື່ມວນຊົນຮ່າໂນ້ຍ, ໃຫ້ຮູ້ວ່າ.
“ນີ້ແມ່ນຂີດໝາຍຂອງພວກຂ້າພະເຈົ້າເພື່ອຂີດໝາຍໄລຍະ 5 ປີທີ່ພວກຂ້າພະເຈົ້າໄດ້ເຕົ້າໂຮມກັນໃຫ້ກາຍເປັນກຸ່ມດຳເນີນວິຊາຊີບ. ສະນັ້ນ, ພວກຂ້າພະເຈົ້າຕັດສິນໃຈຈັດຕັ້ງງານວາງສະແດງ ແລະ ນີ້ແມ່ນພາບຖ່າຍກ່ຽວກັບສັງຄົມຫວຽດນາມ ໃນຮອບເວລາ 10 ປີຜ່ານມາ ເຊິ່ງພວກຂ້າພະເຈົ້າບັນທຶກໄວ້ ແລະ ຄັດເລືອກເອົາ.”ງານວາງສະແດງພາບຖ່າຍສື່ມວນຊົນ “ຂີດໝາຍ” ຈະເປີດປະຕູຮອດວັນທີ 19 ມິຖຸນາ, ຢູ່ຫໍວາງສະແດງເລກທີ 29 ຖະໜົນ ຮ່າງບ່າຍ, ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)