• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳລັດຖະບານຫວຽດນາມ ໂຮມປະຊຸມກ່ຽວກັບການຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໃນປີ 2020

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020. 

ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ (ພາບ: VGP) 
      ຕອນບ່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ, ໂຄງການດັ່ງກ່າວ ໂດຍລັດຖະບານມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ຜັນຂະຫຍາຍຢູ່ບັນດາດ່ານເກັບຄ່າທຳນຽມທາງ BOT (Build-Operate-Transfer). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ຊີ້ນຳໂດຍກົງບັນດາຝ່າຍດຳເນີນໂຄງການດັ່ງກ່າວໃຫ້ສຳເລັດໃນປີ 2020 ແລະ ປະຕິບັດໂຄງການຕາມຂໍ້ກຳນົດຂອງກົດໝາຍ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top