• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂຸດຄົ້ນບັນດາກາລະໂອກາດຈາກສັນຍາການຄ້າເສລີ ຫວຽດນາມ ອັງກິດໃຫ້ດີທີ່ສຸດ

      ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດທີ່ໄດ້ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາຢາກສອງປະເທດສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດການແພດ, ສະເໜີໃຫ້ອັງກິດສືບຕໍ່ໜູນຊ່ວຍວັກຊິນ, ວັດຖຸອຸປະກອນການແພດ, ພິຈາລະນະການຖ່າຍທອດເຕັກໂນໂລຢີ ໃນການຜະລິດວັກຊິນ, ສະໜອງວັກຊິນປິ່ນປົວໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ
ແລະ ອຽກລັງເໜືອ ປະຈຳ ຫວຽດນາມ (ພາບ: TTXVN)
      ຕອນບ່າຍວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນງວ່າ ອັງກິດ ແມ່ນ ໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າ ຂອງ ຫວຽດນາມ ຢູ່ເອີລົບ, ດັ່ງນັ້ນ, ສອງປະເທດຄວນຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກ ເພື່ອຂຸດຄົ້ນບັນດາກາລະໂອກາດຈາກສັນຍາການຄ້າເສລີ ຫວຽດນາມ - ອັງກິດໃຫ້ດີທີ່ສຸດ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຝ່າຍ ອັງກິດສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສຢູ່ອັງກິດ ແລະ ນັກສຶກສາຫວຽດນາມ ພວມຮ່ຳຮຽນ ທຳມາຫາກິນ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ອັງກິດ .
      ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດທີ່ໄດ້ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາຢາກສອງປະເທດສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດການແພດ, ສະເໜີໃຫ້ອັງກິດສືບຕໍ່ໜູນຊ່ວຍວັກຊິນ, ວັດຖຸອຸປະກອນການແພດ, ພິຈາລະນາການຖ່າຍທອດເຕັກໂນໂລຢີ ໃນການຜະລິດວັກຊິນ, ສະໜອງວັກຊິນປິ່ນປົວໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ສ່ວນທ່ານ ເອກອັກຄະລັດຖະທູດ Gareth Ward ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາ ຊຸກຍູ້ການແຈກຢາຍວັກຊິນໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX ກໍ່ຄືໜູນຊ່ວຍບັນດາວັດຖຸອຸປະກອນການແພດ. ທ່ານກໍ່ເນັ້ນໜັກວ່າ ລັດຖະບານອັງກິດຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ທ່ານກໍ່ໃຫ້ຮູ້ວ່າ ຈະສົມທົບກັບບັນດາອົງການຂອງອັງກິດ ສົ່ງເສີມບັນດາວິສາຫະກິດອັງກິດເປີດກວ້າງມາລົງທຶນຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top