• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍ​ຂອງ​ຫວຽດ​ນາມ​ໃນ​ປີ​ປະ​ທານ ອາ​ຊຽນ

ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຂອງ ຫວຽດນາມຕໍ່ອາຊຽນ ໃນປີ 2020 ໃນຂົງເຂດ, ຈາກການເດີນເຮືອ, ຄວາມໝັ້ນຄົງແບບເກົ່າຕະຫຼອດຮອດເສດຖະກິດ, ການຄ້າ, ບັນດາແຜນການຟື້ນຟູ ແລະ ຊຸກຍູ້ການປ່ຽນແປງໃໝ່ໃນໂລກ ໄລຍະຫຼັງໂລກລະບາດໂຄວິດ - 19. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ໄດ້ເປັນສັກຂີພະຍານໃຫ້ແກ່ພິທີລົງນາມສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ RCEP (ພາບ: TTXVN)

ເຊັບໄຊ asialink ຫາກໍ່ລົງບົດຂຽນຂອງທ່ານປ.ອ ເລທູເຮື່ອງ, ນັກໄຈ້ແຍກຂັ້ນສູງໃນລາຍການປ້ອງກັນປະເທດ ແລະ ຍຸດທະສາດຂອງ ສະຖາບັນນະໂຍບາຍຍຸດທະສາດ ອົດສະຕາລີ (ASPI), ເຊິ່ງທ່ານໄດ້ຢັ້ງຢືນວ່າ ປະຊາຄົມອາຊຽນ ໄດ້ຜ່ານຜ່າໜຶ່ງປີ ທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສາມາດຮັກສາຄວາມຜູກພັນໃນພາກພື້ນ, ໂດຍບໍ່ຫົວຊາຕໍ່ການແກ້ງແຍ້ງຍຸດທະສາດ ທີ່ນັບມື້ນັບເພີ່ມຂຶ້ນຢູ່ມະຫາສະມຸດອິນເດຍ - ປາຊີຟິກ ແລະ ບັນດາວິກິດການເສດຖະກິດກໍ່ຄືສາທາລະນະສຸກທີ່ບໍ່ເຄີຍມີມາກ່ອນ.

ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຂອງ ຫວຽດນາມຕໍ່ອາຊຽນ ໃນປີ 2020 ໃນຂົງເຂດ, ຈາກການເດີນເຮືອ, ຄວາມໝັ້ນຄົງແບບເກົ່າຕະຫຼອດຮອດເສດຖະກິດ, ການຄ້າ, ບັນດາແຜນການຟື້ນຟູ ແລະ ຊຸກຍູ້ການປ່ຽນແປງໃໝ່ໃນໂລກ ໄລຍະຫຼັງໂລກລະບາດໂຄວິດ - 19. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ໄດ້ມານະພະຍາຍາມເຊື່ອມຕໍ່ ອາຊຽນຜ່ານບັນດາຂໍ້ລິເລີ່ມເປັນໝູ່ຄະນະກ່ຽວກັບວິວັດການຟື້ນຟູໄລຍະຫລັງໂລກລະບາດໂຄວິດ - 19, ເໝາະສົມກັບຫົວຂໍ້ຂອງປີ ອາຊຽນທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”

ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top