• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງເດີນເຮືອຄວນປະຕິບັດບັນດາການວາງແຜນກຳນົດທ່າກ່ຳປັ່ນເປັນຢ່າງດີ

ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍແຜນການໜ້າທີ່ປີ 2019 ຂອງກົມເດີນເຮືອ ຫວຽດນາມ ເຊິ່ງໄດ້ຈັດຕັ້ງໃນຕອນບ່າຍວັນທີ 02 ມັງກອນ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຫງວຽນວັນເທ໋ ຢືນຢັນວ່າ:

ກອງປະຊຸມຜັນຂະຫຍາຍແຜນການໜ້າທີ່ປີ 2019 ຂອງກົມເດີນເຮືອ ຫວຽດນາມ (ພາບ:TTXVN)

ຂະແໜງເດີນເຮືອແມ່ນໜຶ່ງໃນບັນດາຂະແໜງພິເສດສຳຄັນໃນ 5 ຂົງເຂດຂອງຂະແໜງຄົມມະນາຄົມ, ຍ້ອນວ່າ ຫວຽດນາມ ແມ່ນປະເທດມີສິນຄ້ານຳເຂົ້າ-ສົ່ງອອກກວມເອົາອັດຕາປະລິມານສູງ. ສິນຄ້າສ່ວນຫລາຍລ້ວນແຕ່ຕ້ອງຜ່ານທ່າກ່ຳປັ່ນເພື່ອເຂົ້າຕະຫລາດພາຍໃນ. ສະນັ້ນ, ບັນດາໝາກຜົນທີ່ບັນລຸໄດ້ຂອງຂະແໜງເດີນເຮືອໃນໄລຍະຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

        ທ່ານລັດຖະມົນຕີ ຫງວຽນວັນເທ໋ ຖືວ່າ: ບັນລຸໄດ້ໝາກຜົນຄືດັ່ງກ່າວ ຍ້ອນຂະແໜງເດີນເຮືອໃນໄລຍະຜ່ານມາໄດ້ປະຕິບັດການປະຕິຮູບລະບຽບການດ້ານບໍລິຫານຢ່າງແຮງທີ່ສຸດ, ສຳພັດກັບການປະຕິວັດອຸດສາຫະກຳ 4.0 ພວມແຜ່ຂະຫຍາຍໂດຍໄວ. ທ່ານລັດຖະມົນຕີຮຽກຮ້ອງຂະແໜງເດີນເຮືອຕ້ອງຄົ້ນຄວ້າ, ປະຕິບັນນັບແຕ່ຂັ້ນຕອນວາງແຜນກຳນົດເປັນຢ່າງດີ; ບັນດາວິສາຫະກິດເດີນເຮືອຕ້ອງສ້າງຖານຂໍ້ມູນໃຫຍ່ຂອງຂະແໜງຢ່າງວ່ອງໄວ ເພື່ອໃຫ້ວິວັດການຕິດຕາມກວດກາ, ປະຕິບັດລະບຽບການບໍລິຫານຢູ່ທ່າກ່ຳປັ່ນໄດ້ຫັນເປັນອັດຕະໂນມັດຢ່າງສົມບູນ.

(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top