• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນກອງທັບເຮືອຝລັ່ງຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ


ກ່ຳປັ່ນກອງທັບເຮືອຝລັ່ງຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ
(ພາບ: Thanhnien)
      ​ຕອ​ນ​ເຊົ້າ​ວັນ​ທີ 02/05, ກ່ຳ​ປັ່ນ​ບັນ​ຊາ​ ແລະ ສົ່ງ​ພົນ​ຂຶ້​ນ​ບົກ​ຫຼາຍ​ຂະ​ແໜງ Tonnerres ຂອງກອງ​ທັບ​ເຮືອ​ຝ​ລັ່ງ ໄດ້​ເຂົ້າ​ທຽບ​ທ່າ​ສາ​ກົນ ກາມ​ແຣງ ຢ້ຽມ​ຢາມ​​ສັດ​ຖະ​ວະ​ໄມ​ຕີຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ກ່ຳ​ປັ່ນຮົບ​ໃຫຍ່​ທີ່​ສຸດ​ຂອງກອງ​ທັບ​ເຮືອ​ຝ​ລັ່ງ. ໃນການ​ຢ້ຽມ​ຢາມ​ສັດ​ຖະ​ວະ​ໄມ​ຕີ​ຫວຽດ​ນາມ ເປັນ​ເວ​ລາ 4 ວັນ (ແຕ່​ວັນ​ທີ 02 – 06/05), ຜູ້​ບັນ​ຊາ​ການ ພ້ອມ​ກັບ​ລູກ​ເຮືອ​ຂອງ​ກ່ຳ​ປັ່ນ Tonnerres ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ພົບ​ປະ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຂອງ​ຫວຽດ​ນາມ. ໃນ​ການ​ຢ້ຽ​ມ​ຢາມ​ຄັ້ງ​ນິ້ີ, ນອກ​ຈາກ​ກຳ​ລັງ​ສະ​ເພາະ​ກິດ, ກ່ຳ​ປັ່ນ Tonnerres ມີ​ນາຍ​ທະ​ຫານ, ນັກ​ຮຽນ, ​ຊ່ຽວ​​ຊານ​ປະ​ມານ 200 ຄົນ. ຕາມ​ແຈ້ງ​ການ​ໜັງ​ສື​ພິມ​ຂອງ​ສະ​ຖານ​ທູດ​ຝ​ລັ່ງ ປະ​ຈຳ​ຫວຽດ​ນາມ ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ກ່ຳ​ປັ່ນ​ຮົບ ຖືກ​ດຳ​ເນີນ​ໄປ​ກ່ອນ​ການ​ຢ້ຽມ​ຢາມ​ຂອງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຝ​ລັ່ງ​ ໃນ​ເດືອນ 06  ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ​ໃນ​ລະ​ດູ​ໃບ​​​ໄມ້​ຫຼົ່ນປີນີ້. ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍຮັດ​ແໜ້ນ​ບັນ​ດາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ​ຝ​ລັ່ງ ແລະ ຫວຽດ​ນາມກວ່າ​ອີກ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top