• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

      ວັນທີ 3 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກອງປະຊຸມຄັ້ງທີ 6 ກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ກ່ຽວກັບ “ການເພີ່ມທະວີບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ ສຳລັບຂໍ້ລິເລີ່ມຮ່ວມມືໃນເຂດສາມຫຼ່ຽມພັດທະນາ, ກຳປູເຈຍ - ລາວ- ຫວຽດນາມ (CLV)” ສິ້ນສຸດດ້ວຍເລື່ອງບັນດາຝ່າຍເຫັນດີອອກຖະແຫຼງການຮ່ວມ, 

ຄະນະປະທານທີ່ກອງປະຊຸມ 
      ໃນນັ້ນເນັ້ນໜັກວ່າ 3 ກຳມາທິການພົວພັນຕ່າງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງ ແລະ ຂໍ້ລິເລີ່ມພັດທະນາທີ່ລັດຖະບານ 3 ປະເທດໄດ້ລົງນາມ, ບົນພື້ນຖານການພົວພັນມິດຕະພາບ ແລະ ມູນເຊື້ອການຮ່ວມມືຍາວນານລະຫວ່າງ 3 ປະເທດ.
        ໃນ 2 ວັນດຳເນີນກອງປະຊຸມ (2 -3 ສິງຫາ), ບັນດາຜູ້ແທນໄດ້ປຶກສາຫາລືບັນດານະໂຍບາຍ ແລະ ກົດໝາຍກ່ຽວຂ້ອງເຖິງການອົບພະຍົບຢ່າງຜິດກົດໝາຍ,  ການສົມລົດທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງໃນເຂດສາມຫຼ່ຽມພັດທະນາ, ກໍ່ຄືປຶກສາຫາລືເລື່ອງຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ. ກອງປະຊຸມກໍ່ປຶກສາຫາລືກ່ຽວກັບການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ຂອງແບບຍືນຍົງ… ກອງປະຊຸມໄດ້ຕີລາຄາສູງຂໍ້ຕົກລົງຂອງນາຍົກລັດຖະມົນຕີ 3 ປະເທດທີ່ໄດ້ມອບໃຫ້ຄະນະກຳມະການປະສານງານຮ່ວມສ້າງຕັ້ງກຸ່ມປະຕິບັດງານສະເພາະກິດເພື່ອດຳເນີນການຄົ້ນຄ້ວາຄວາມເປັນໄປໄດ້ກ່ຽວກັບການເປີດກ້ວາງການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ແລະ ກຳນົດບັນດາໂຄງການບຸລິມະສິດໃນການພັດທະນາເສດຖະກິດສັງຄົມເຂດ ສາມຫຼ່ຽມພັດທະນາ CLV.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top