• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍສືບຕໍ່ຕໍ່ກຳນົດເວລາກັກຂັງຊົ່ວຄາວສຳລັບອະດີດຫົວໜ້າຝ່າຍຄ້ານ

      ວັນທີ 05 ມີນາ, ສານພິພາກສາຂັ້ນຕົ້ນພະນົມເປັນ ຕັດສິນຕໍ່ກຳນົດເວລາກັກຂັງຊົ່ວຄາວຕື່ມອີກ 6 ເດືອນສຳລັບ Kem Sokha, ອະດີດປະທານພັກກູ້ຊາດ (CNRP) ຝ່າຍຄ້ານ ປະຈຸບັນຖືກຍົກເລີກ, ເພື່ອດຳເນີນບັນດາມາດຕະການດຳເນີນຄະດີຕໍ່ໄປ.

ກຳປູເຈຍສືບຕໍ່ຕໍ່ກຳນົດເວລາກັກຂັງຊົ່ວຄາວສຳລັບອະດີດຫົວໜ້າຝ່າຍຄ້ານ
(ພາບປະກອບ: AFP/TTXVN)
      ສານພິພາກສາຂັ້ນຕົ້ນ ພະນົມເປັນ ໄດ້ຍົກອອກຄຳຕັດສິນດັ່ງກ່າວພາຍຫຼັງການສອບສວນທ່ານຜູ້ນີ້ຢູ່ຄ້າຍຄຸມຂັງ Trapeng Phlong ຢູ່ແຂວງ Tbong Khmum ໃນວັນດຽວກັນ.
        ໃນຂະນະນັ້ນ, ກ່າວປາໄສທີ່ພິທີເປີດສະຫຼອງກິດຈະກຳຢູ່ວັດແຫ່ງໜຶ່ງຢູ່ຊານນະຄອນຫຼວງ ພະນົມເປັນ ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ຖະແຫຼງວ່າ, ທ່ານຈະບໍ່ສະເໜີຕໍ່ພະບາດສົມເດັດພະບໍລົມມະນຽດອະໄພຍະໂທດໃຫ້ Kem Sokha ແລະ ບໍ່ເຈລະຈາກັບບັນດາຫົວໜ້າຂອງພັກຝ່າຍຄ້ານທີ່ຖືກຕັດສິນລົງໂທດທາງອາຍາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top