ຂ່າວສານ
ການເລືອກຕັ້ງ ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສອງທ່ານ ມີຄວາມປະເອີບໃຈຕໍ່ຜົນສຸດທ້າຍ

ປະຊາຊົນ ອາເມລິກາ ຕິດຕາມຜົນການເລືອກຕັ້ງປະທານາທິບໍດີ 2020 ຢູ່ Washington DC (ພາບ: TTXVN)
ໃນແຈ້ງການໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ຈະ “ຮັບໄຊຊະນະຍິ່ງໃຫຍ່” ໃນການເລືອກຕັ້ງປີນີ້. ກ່ອນໜ້ານັ້ນໃນວັນດຽວກັນ, ຜູ້ສະໝັກເລືອກຕັ້ງ Joe Biden ໃຫ້ຮູ້ວ່າ ອາດຈະຍັງບໍ່ທັນມີຜົນການເລືອກຕັ້ງຮອດຕອນເຊົ້າວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ແຕ່ທ່ານຢັ້ງຢືນວ່າ ທ່ານເຊື່ອໝັ້ນຕໍ່ຜົນຂອງການເລືອກຕັ້ງ. ພ້ອມກັນນັ້ນ, ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ກໍຮຽກຮ້ອງຜູ້ມີສິດເລືອກຕັ້ງ ອາເມລິກາ ອົດທົນລໍຖ້າຜົນສຸດທ້າຍເປັນທາງການ ເມື່ອລັດຕ່າງໆພວມດຳເນີນການນັບບັດຢູ່. ໄລ່ຮອດເວລາ 13 ໂມງ 30 ນາທີຂອງວັນທີ 4 ພະຈິກ ຕາມເວລາ ຫວຽດນາມ, ທ່ານ Joe Biden ພວມນຳໜ້າຊົ່ວຄາວດ້ວຍຈຳນວນບັດສະໜັບສະໜູນ 238 ບັດ, ໃນຂະນະທີ່ບັດສະໜັບສະໜູນຂອງທ່ານປະທານາທິບໍດີ Donald Trump ແມ່ນ 213 ບັດ.
(ແຫຼ່ງຄັດຈາກ VOV)