ຂ່າວສານ ການເລືອກຕັ້ງ ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສອງທ່ານ ມີຄວາມປະເອີບໃຈຕໍ່ຜົນສຸດທ້າຍ 05/11/2020 ໃນຂະນະວຽກງານນັບບັດພວມດຳເນີນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ສອງທ່ານ ຄືທ່ານປະທານາທິບໍດີຄົນປັດຈຸບັນ Donald Trump ແລະ ທ່ານ ອະດີດຮອງປະທານາທິບໍດີ Joe Biden ໄດ້ມີບັນດາບົດກ່າວປາໄສທຳອິດກ່ຽວກັບການເລືອກຕັ້ງ. ປະຊາຊົນ ອາເມລິກາ ຕິດຕາມຜົນການເລືອກຕັ້ງປະທານາທິບໍດີ 2020 ຢູ່ Washington DC (ພາບ: TTXVN) ໃນແຈ້ງການໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ຈະ “ຮັບໄຊຊະນະຍິ່ງໃຫຍ່” ໃນການເລືອກຕັ້ງປີນີ້. ກ່ອນໜ້ານັ້ນໃນວັນດຽວກັນ, ຜູ້ສະໝັກເລືອກຕັ້ງ Joe Biden ໃຫ້ຮູ້ວ່າ ອາດຈະຍັງບໍ່ທັນມີຜົນການເລືອກຕັ້ງຮອດຕອນເຊົ້າວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ແຕ່ທ່ານຢັ້ງຢືນວ່າ ທ່ານເຊື່ອໝັ້ນຕໍ່ຜົນຂອງການເລືອກຕັ້ງ. ພ້ອມກັນນັ້ນ, ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ກໍຮຽກຮ້ອງຜູ້ມີສິດເລືອກຕັ້ງ ອາເມລິກາ ອົດທົນລໍຖ້າຜົນສຸດທ້າຍເປັນທາງການ ເມື່ອລັດຕ່າງໆພວມດຳເນີນການນັບບັດຢູ່. ໄລ່ຮອດເວລາ 13 ໂມງ 30 ນາທີຂອງວັນທີ 4 ພະຈິກ ຕາມເວລາ ຫວຽດນາມ, ທ່ານ Joe Biden ພວມນຳໜ້າຊົ່ວຄາວດ້ວຍຈຳນວນບັດສະໜັບສະໜູນ 238 ບັດ, ໃນຂະນະທີ່ບັດສະໜັບສະໜູນຂອງທ່ານປະທານາທິບໍດີ Donald Trump ແມ່ນ 213 ບັດ. (ແຫຼ່ງຄັດຈາກ VOV)

ໃນຂະນະວຽກງານນັບບັດພວມດຳເນີນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ສອງທ່ານ ຄືທ່ານປະທານາທິບໍດີຄົນປັດຈຸບັນ Donald Trump ແລະ ທ່ານ ອະດີດຮອງປະທານາທິບໍດີ Joe Biden ໄດ້ມີບັນດາບົດກ່າວປາໄສທຳອິດກ່ຽວກັບການເລືອກຕັ້ງ. ປະຊາຊົນ ອາເມລິກາ ຕິດຕາມຜົນການເລືອກຕັ້ງປະທານາທິບໍດີ 2020 ຢູ່ Washington DC (ພາບ: TTXVN) ໃນແຈ້ງການໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ຈະ “ຮັບໄຊຊະນະຍິ່ງໃຫຍ່” ໃນການເລືອກຕັ້ງປີນີ້. ກ່ອນໜ້ານັ້ນໃນວັນດຽວກັນ, ຜູ້ສະໝັກເລືອກຕັ້ງ Joe Biden ໃຫ້ຮູ້ວ່າ ອາດຈະຍັງບໍ່ທັນມີຜົນການເລືອກຕັ້ງຮອດຕອນເຊົ້າວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ແຕ່ທ່ານຢັ້ງຢືນວ່າ ທ່ານເຊື່ອໝັ້ນຕໍ່ຜົນຂອງການເລືອກຕັ້ງ. ພ້ອມກັນນັ້ນ, ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ກໍຮຽກຮ້ອງຜູ້ມີສິດເລືອກຕັ້ງ ອາເມລິກາ ອົດທົນລໍຖ້າຜົນສຸດທ້າຍເປັນທາງການ ເມື່ອລັດຕ່າງໆພວມດຳເນີນການນັບບັດຢູ່. ໄລ່ຮອດເວລາ 13 ໂມງ 30 ນາທີຂອງວັນທີ 4 ພະຈິກ ຕາມເວລາ ຫວຽດນາມ, ທ່ານ Joe Biden ພວມນຳໜ້າຊົ່ວຄາວດ້ວຍຈຳນວນບັດສະໜັບສະໜູນ 238 ບັດ, ໃນຂະນະທີ່ບັດສະໜັບສະໜູນຂອງທ່ານປະທານາທິບໍດີ Donald Trump ແມ່ນ 213 ບັດ. (ແຫຼ່ງຄັດຈາກ VOV)