• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ບິນ​ສາ​ກົນ​ເສຍ​ຫາຍ 29 ຕື້ USD ຍ້ອນໂລກ​ລະ​ບາດ COVID -19

ວັນທີ 22 ກຸມພາ, ສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ໄດ້ແຈ້ງໃຫ້ຊາບວ່າ: ເປັນຄັ້ງທຳອິດ, ນັບແຕ່ປີ 2009 ມາຮອດປັດຈຸບັນຄວາມຕ້ອງການໄປທ່ອງທ່ຽວທາງອາກາດໃນທົ່ວໂລກ ຖືກຫຼຸດລົງຢ່າງແຮງ ຍ້ອນການແຜ່ລະບາດຂອງ ໂລກລະບາດ COVID -19. 

ແພດໝໍປະຕິບັດການຂ້າເຊື້ອເຮືອບິນຂອງ ສິງກະໂປ (ພາບ: Mediacorp)

ຕາມນັ້ນແລ້ວ, ການຈຳກັດການໄປມາ ກໍ່ຄືການຫຼຸດລົງຄວາມຕ້ອງການຍ້ອນການກ່າວເຕືອນກ່ຽວກັບການແຜ່ລາມຢ່າງໄວວາຂອງ COVID -19 ໄດ້ເຮັດໃຫ້ບັນດາບໍລິສັດການບິນ ຍຸບເລີກ ຫຼື ຫຼຸດຜ່ອນບັນດາຖ້ຽວບິນໄປຍັງຈີນຢ່າງແຮງ.

ຕາມສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ແລ້ວ, ຜົນກະທົບຂອງ COVID – 19 ທີ່ມີຕໍ່ຄວາມຕ້ອງການໄປມາດ້ວຍທາງອາກາດຈະເຮັດໃຫ້ບໍລິສັດການບິນຕ່າງໆໃນທົ່ວໂລກເສຍຫາຍ ກ່ວາ 29 ຕື້ USD. ໃນນັ້ນ ບັນດາບໍລິສັດການບິນຈີນຈະເສຍຫາຍ 12,8 ຕື້ USD ຍ້ອນໂລກລະບາດ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top