• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນທຸກຂັ້ນຢັ້ງຢືນສະຕິດ້ານການເມືອງ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ

ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026  ດຳເນີນໄປຢ່າງສຳເລັດຜົນ ດ້ວຍອັດຕາຜູ້ໄປປ່ອນບັດແມ່ນສູງທີ່ສຸດ ດ້ວຍ 99,60% .
ທ່ານ ບຸ່ຍວັນເກື່ອງ, ເລຂານຸການສະພາແຫ່ງຊາດ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ ບຸ່ຍວັນເກື່ອງ, ເລຂານຸການສະພາແຫ່ງຊາດ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ຢືນຢັນວ່າ: ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026  ດຳເນີນໄປຢ່າງສຳເລັດຜົນ ດ້ວຍອັດຕາຜູ້ໄປປ່ອນບັດແມ່ນສູງທີ່ສຸດ ດ້ວຍ 99,60% ເປັນການຢັ້ງຢືນສະຕິດ້ານການເມືອງ, ນ້ຳໃຈຮັກຊາດ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ.

ນີ້ແມ່ນການເລືອກຕັ້ງມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ, ແລະ ດຳເນີນໄປໃນສະພາບໂລກລະບາດໂຄວິດ 19 ລະບາດຮອບໃຫມ່ ແຕ່ປະສົບຜົນສຳເລັດຢ່າງຈົບງາມ. ວັນທີ 10 ມິຖຸນາ ຈະມາເຖິງ, ສະພາເລືອກຕັ້ງແຫ່ງຊາດ ຈະໂຮມປະຊຸມພາຍໃຕ້ການເປັນປະທານຂອງທ່ານ ເວືອງດີ່ງເຫ້ວ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງເພື່ອຕີລາຄາການເລືອກຕັ້ງໂດຍສັງເຂບ.

ຕາມການຕີລາຄາຂອງ ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດແລ້ວ, ການເລືອກຕັ້ງໄດ້ຮັບປະກັນປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງກັບກົດໝາຍ, ປອດໄພ, ປະຢັດ ແລະ ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ. ວຽກງານຈັດຕັ້ງການເລືອກຕັ້ງໄດ້ດຳເນີນໄປເປັນຢ່າງດີ ຖືກກັບກົດໝາຍ, ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ໄດ້ຮັບປະກັນ ແລະ ມີຄວາມປອດໄພ, ວຽກງານໂຄສະນາມີການປ່ຽນແປງໃຫມ່ ປະດິດຄິດສ້າງ ແລະ ບັນລຸປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top