• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021: ເພີ່ມທະວີການປ້ອງກັນການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ໃຫ້ແກ່ບັນດາອົງການແຫ່ງລັດ ແລະ ບັນດາອົງການຈັດຕັ້ງການແພດ

      ບັນດາໜ່ວຍງານເຕັກໂນໂລຢີຂໍ້ມູນຂ່າວສານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021 ທາງອອນລາຍ ດ້ວຍການຝຶກຊ້ອມ ຂອງ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ.
ການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021ຢູ່ ຫວຽດນາມ (ພາບ:  VNCERT)
      ວັນທີ 24 ມິຖຸນາ, ສູນກູ້ຊ່ວຍສຸກເສີນເຄືອຂ່າຍອິນເຕີເນັດ ຫວຽດນາມ (ຂຶ້ນກັບກົມຄວາມປອດໄພດ້ານຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ) ໄດ້ຈັດໃຫ້ ບັນດາສະມາຊິກເຄືອຂ່າຍກູ້ຊ່ວຍແກ້ໄຂບັນຫາ ຮັກສາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແຫ່ງຊາດ, ບັນດາໜ່ວຍງານເຕັກໂນໂລຢີຂໍ້ມູນຂ່າວສານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021 ທາງອອນລາຍ ດ້ວຍການຝຶກຊ້ອມ ຂອງ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ.
            ການບຸລິມະສິດຫຼັກໃນການຝຶກຊ້ອມຢູ່ ຫວຽດນາມ ແມ່ນແນໃສ່ຍົກສູງກຳລັງຄວາມສາມາດໃນການສົມທົບກັນ, ຮັບມືກັບບັນຫາຂອງບັນດາໜ່ວຍງານ, ກຳແໜ້ນວິທີການແກ້ໄຂ, ວິທີການຕິດຕໍ່ພົວພັນ, ສົມທົບກັບແບ່ງປັນຂໍ້ມູນກັບເຄືອຂ່າຍກູ້ຊ່ວຍບັນຫາແຫ່ງຊາດ ເມື່ອເກີດມີບັນດາກໍລະນີທີ່ຄ້າຍຄືນກັນໃນຕົວຈິງຂຶ້ນ. ບັນດາຫົວໜ່ວຍຈະໄດ້ເຂົ້າຮ່ວມການປຶກສາຫາລື, ແບ່ງປັນ ກ່ຽວກັບ ບັນດາວິທີການກູ້ຊ່ວຍ, ແກ້ໄຂບັນຫາເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການຮັບມືກັບບັນຫາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top