• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດລາວຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສປປ.ລາວ ຕອນບ່າຍວັນທີ 24 ພະຈິກ, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ໂດຍທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ ນຳໜ້າ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດລາວ  ບຸນຍັງ ວໍລະຈິດ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບ
ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຖືວ່າ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ສັນຍາຮ່ວມມືລະຫວ່າງ 2 ລັດຖະບານ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
        ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ຈະປະກອບສ່ວນເຂົ້າໃນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ເວົ້າລວມ ແລະ 2 ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະ.
        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ປາດຖະໜາວ່າ, ຮ່າໂນ້ຍ ອາດຈະເພີ່ມທະວີການແບ່ງປັນ, ແລກປ່ຽນບົດຮຽນພັດທະນາກັບນະຄອນຫຼວງວຽງຈັນ ໃນການກໍ່ສ້າງພື້ນຖານໂຄງລ່າງ, ຄຸ້ມຄອງຕົວເມືອງ ກໍຄືບັນດາຂົງເຂດສຶກສາ, ວັດທະນະທຳ, ສັງຄົມ.
        ສ່ວນທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈຸງຫາຍ ຢືນຢັນວ່າ, ຫວຽດນາມ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີສະໜິດຕິດພັນພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top