• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳປະເທດຕ່າງໆໄວ້ອາໄລແລະເຂົ້າຮ່ວມພິທີສົບຜູ້ນຳກູບາFidel Castro

       ວັນ​ທີ 29/11, ທ​ຳ​ນຽບ​ຂາວ​ໄດ້​ປະ​ກາດ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຈະ​ສົ່ງ​ຜູ້​ຕາງ​ໜ້າ 2 ທ່ານ​ເຂົ້າ​ຮ່ວມ​ພິ​ທີ​​ສົບ​ຂອງ​ຜູ້ນຳ ກູ​ບາ Fidel Castro, ນັ້ນ​ແມ່ນ​ທ່ານ Ben Rhodes, ຮອງ​ທີ່​ປຶກ​ສາ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ແລະ ທ່ານ Jeffrey DeLaurentis, ຜູ້​​ທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ​ສະ​ເໜີ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ກູ​ບາ.
     
 (ພາບ​ປ​ະ​ກອບຈາກ dantri.com.vn)
        ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ທຳ​ນຽບ​ຂາວ​ໄດ້​ອອກ​ຖະ​ແຫຼງ​ການຢັ້ງ​ຢືນ​ເລື່ອງ​ຜູ້​ນຳ​ປະ​ຕິ​ວັດ Fidel Castro ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳເປັນ​ເວ​ລາ​ໜຶ່ງວັນ ບໍ່​​ອາດເຮັດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ເມ​ລິ​ກາ ໃນ​ການ​​ຫັນການ​ພົວ​ພັນ​ກັບ​ກູ​ບາ ເປັນ​ປົກ​ກະ​ຕິ​ຊັກ​ຊ້າ.
        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານນາງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັກ​ຊັງ​ຕີງ Cristina Fesnandez ໄດ້​ໄປ​ໄວ້​ອາ​ໄລ​ຜູ້​ນຳ Fidel Castro ຢູ່​ສະ​ຖານ​ທູ​ດ ກູ​ບາ ປະ​ຈຳ​ນະ​ຄອນຫຼວງ Buenos Aires. ​ຢູ່ນອ​ກ​ສະ​ຖານ​ທ​ູດ ກູ​ບາ, ປະ​ຊາ​ຊົນ ອັກ​ຊັງ​ຕີງ ນັບ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ ແລະ ຮ້ອງ​ໂຮ່​ຄຳ​ຂວັນ​ທີ່​ວ່າ: “Fidel ໝັ້ນ​ຍືນ, ການ​ປະ​ຕິ​ວັດ ກູ​ບາ ໝັ້ນ​ຍືນ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top