ຂ່າວສານ ການນຳປະເທດຕ່າງໆໄວ້ອາໄລແລະເຂົ້າຮ່ວມພິທີສົບຜູ້ນຳກູບາFidel Castro 01/12/2016 ວັນທີ 29/11, ທຳນຽບຂາວໄດ້ປະກາດວ່າ, ທ່ານປະທານາທິບໍດີ ອາເມລິກາ Barack Obama ຈະສົ່ງຜູ້ຕາງໜ້າ 2 ທ່ານເຂົ້າຮ່ວມພິທີສົບຂອງຜູ້ນຳ ກູບາ Fidel Castro, ນັ້ນແມ່ນທ່ານ Ben Rhodes, ຮອງທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ທ່ານ Jeffrey DeLaurentis, ຜູ້ທີ່ທ່ານປະທານາທິບໍດີ Obama ສະເໜີເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ກູບາ. (ພາບປະກອບຈາກ dantri.com.vn) ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທຳນຽບຂາວໄດ້ອອກຖະແຫຼງການຢັ້ງຢືນເລື່ອງຜູ້ນຳປະຕິວັດ Fidel Castro ໄດ້ເຖິງແກ່ມໍລະນະກຳເປັນເວລາໜຶ່ງວັນ ບໍ່ອາດເຮັດໃຫ້ບັນດາຄວາມມານະພະຍາຍາມຂອງ ອາເມລິກາ ໃນການຫັນການພົວພັນກັບກູບາ ເປັນປົກກະຕິຊັກຊ້າ. ແລະກໍ່ໃນວັນດຽວກັນ, ທ່ານນາງອະດີດປະທານາທິບໍດີ ອັກຊັງຕີງ Cristina Fesnandez ໄດ້ໄປໄວ້ອາໄລຜູ້ນຳ Fidel Castro ຢູ່ສະຖານທູດ ກູບາ ປະຈຳນະຄອນຫຼວງ Buenos Aires. ຢູ່ນອກສະຖານທູດ ກູບາ, ປະຊາຊົນ ອັກຊັງຕີງ ນັບຮ້ອຍຄົນໄດ້ເຕົ້າໂຮມ ແລະ ຮ້ອງໂຮ່ຄຳຂວັນທີ່ວ່າ: “Fidel ໝັ້ນຍືນ, ການປະຕິວັດ ກູບາ ໝັ້ນຍືນ”. (ແຫຼ່ງຄັດຈາກ VOV)

ວັນທີ 29/11, ທຳນຽບຂາວໄດ້ປະກາດວ່າ, ທ່ານປະທານາທິບໍດີ ອາເມລິກາ Barack Obama ຈະສົ່ງຜູ້ຕາງໜ້າ 2 ທ່ານເຂົ້າຮ່ວມພິທີສົບຂອງຜູ້ນຳ ກູບາ Fidel Castro, ນັ້ນແມ່ນທ່ານ Ben Rhodes, ຮອງທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ທ່ານ Jeffrey DeLaurentis, ຜູ້ທີ່ທ່ານປະທານາທິບໍດີ Obama ສະເໜີເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ກູບາ. (ພາບປະກອບຈາກ dantri.com.vn) ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທຳນຽບຂາວໄດ້ອອກຖະແຫຼງການຢັ້ງຢືນເລື່ອງຜູ້ນຳປະຕິວັດ Fidel Castro ໄດ້ເຖິງແກ່ມໍລະນະກຳເປັນເວລາໜຶ່ງວັນ ບໍ່ອາດເຮັດໃຫ້ບັນດາຄວາມມານະພະຍາຍາມຂອງ ອາເມລິກາ ໃນການຫັນການພົວພັນກັບກູບາ ເປັນປົກກະຕິຊັກຊ້າ. ແລະກໍ່ໃນວັນດຽວກັນ, ທ່ານນາງອະດີດປະທານາທິບໍດີ ອັກຊັງຕີງ Cristina Fesnandez ໄດ້ໄປໄວ້ອາໄລຜູ້ນຳ Fidel Castro ຢູ່ສະຖານທູດ ກູບາ ປະຈຳນະຄອນຫຼວງ Buenos Aires. ຢູ່ນອກສະຖານທູດ ກູບາ, ປະຊາຊົນ ອັກຊັງຕີງ ນັບຮ້ອຍຄົນໄດ້ເຕົ້າໂຮມ ແລະ ຮ້ອງໂຮ່ຄຳຂວັນທີ່ວ່າ: “Fidel ໝັ້ນຍືນ, ການປະຕິວັດ ກູບາ ໝັ້ນຍືນ”. (ແຫຼ່ງຄັດຈາກ VOV)