• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດ,ອົງການຈັດຕັ້ງສາກົນຝາກຈົດໝາຍ,ໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງປະທານປະເທດເຈິ່ນດ້າຍກວາງ

ໂດຍໄດ້ຮັບຂ່າວ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ການນຳບັນດາປະເທດຄື:

ປະທານາທິບໍດີອິນເດຍ, ນາຍົກລັດຖະມົນຕີສ.ຝລັ່ງ, ປະທານາທິບໍດີເຢຍລະມັນ, ນາຍົກລັດຖະມົນຕີອັງກິດ, ປະທານາທິບໍດີອີຕາລີ, ປະທານສະຫະພາບເອີລົບ, ປະທານາທິບໍດີຢູແກຼນ… ແລະການນຳຫຼາຍປະເທດ, ບັນດາອົງການຈັດຕັ້ງສາກົນໄດ້ຝາກຈົດໝາຍ ແລະ ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ, ລັດຖະບານ, ປະຊາຊົນຫວຽດນາມ ພ້ອມກັບຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

        ໃນຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈທີ່ສົ່ງເຖິງທ່ານນາງຜູ້ຮັກສາການປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນມາເລເຊຍ ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງຄອບຄົວຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ປະຊາຊົນຫວຽດນາມ; ຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນການເພີ່ມທະວີການພົວພັນ 2 ຝ່າຍລະຫວ່າງມາເລເຊຍ ແລະ ຫວຽດນາມ; ມີຄວາມເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະຜ່ານຜ່າຊ່ວງເວລາອັນໂສກເສົ້ານີ້ ແລະ ສືບຕໍ່ປະຕິບັດຄວາມໄຝ່ຝັນຂອງທ່ານອະດີດປະທານປະເທດ ແນໃສ່ນຳປະເທດຫວຽດນາມ ກາຍເປັນປະເທດມີຄວາມວັດທະນາຖາວອນ.

(​ແຫຼ່ງຄັດ​ຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top