• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທີ 2 ຂອງກະສັດ ບຣູໄນ ພາຍຫຼັງໄລຍະກວ່າ 20 ປີ ເພື່ອແນໃສ່່ຮັດແໜ້ນການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທັງດ້ານຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ມຸ່ງໄປສູ່ການສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
ໂດຍໄດ້ຮັບຄໍາເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ກະສັດບຣູໄນ Darrussalam Sultan Haji Hassanal Bolkiah ໄດ້ສະເດັດມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມໃນລະຫວ່່າງວັນທີ 26 – 28 ມີນາ.
ພິທີຕ້ອນຮັບກະສັດບຣູໄນ Darrussalam Sultan Haji Hassanal Bolkiah ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດ ຢູ່ສໍານັກງານປະທານປະເທດ  (ພາບ: TTXVN)
 

 ຕອນເຊົ້າວັນທີ 27 ມີນາ, ພິທີຕ້ອນຮັບກະສັດບຣູໄນ Darrussalam Sultan Haji Hassanal Bolkiah ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດ ຢູ່ສໍານັກງານປະທານປະເທດ. ກ່ອນໜ້ານັ້ນ, ກະສັດບຣູໄນ ໄດ້ສະເດັດໄປວາງພວງມາລາຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າໄວ້ອາໄລຢູ່ສຸສານໂຮ່ຈີມິນ.

        ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah ໄດ້ມີການເຈລະຈາ ແລະ ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ມີການພົບປະກັບກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah.


ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ກະສັດ ບຣູໄນ Darrussalam Sultan Haji Hassanal Bolkiah ເຈລະຈາ 

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງນີ້ຂອງກະສັດບຣູໄນ ຖືກດໍາເນີີນໄປໃນສະພາບທີ່ການພົວພັນລະຫວ່າງຫວຽດນາມ - ບຣູໄນ ພວມພັດທະນາຢ່າງດີງາມ ທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ຫຼາຍຂົງເຂດມີຄວາມຄືບໜ້າຢ່າງເຫັນໄດ້ຊັດ, ຄວາມໄວ້ເນື້ອເຊື່ອດ້ານການເມືອງກໍໄດ້ຮັບການປັບປຸງ ຜ່ານການຮັກສາການພົບປະແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະຫວ່າງການນໍາຂັ້ນສູງສອງປະເທດ.... ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທີ 2 ຂອງກະສັດ ບຣູໄນ ພາຍຫຼັງໄລຍະກວ່າ 20 ປີ ເພື່ອແນໃສ່່ຮັດແໜ້ນການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທັງດ້ານຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ມຸ່ງໄປສູ່ການສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1992 – 2022).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top