• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ ປີ 2020 ແລະ ທິດ​ທາງ​ໜ້າ​ທີ່ວຽກ​ງານ​ໃນ​ປີ 2021 ຂອງ​ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ ໄດ້ສະເໜີໃຫ້ແຕ່ລະຫົວໜ່ວຍ, ສ່ວນບຸກຄົນຄວນສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບໃນການປະຕິບັດວຽກງານ, ຍົກສູງຄຸນນະພາບການຄົ້ນຄ້ວາ, ຄາດຄະເນ ຍຸດທະສາດຢ່າງບໍ່ຢຸດຢັ້ງ.

ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ (ພາບ: TTXVN)

ວັນທີ 29 ທັນວາ, ຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ ໄດ້ສະເໜີໃຫ້ແຕ່ລະຫົວໜ່ວຍ, ສ່ວນບຸກຄົນຄວນສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບໃນການປະຕິບັດວຽກງານ, ຍົກສູງຄຸນນະພາບການຄົ້ນຄ້ວາ, ຄາດຄະເນ ຍຸດທະສາດຢ່າງບໍ່ຢຸດຢັ້ງ, ປະຕິບັດ ວຽກງານເປັນເສນາທິການ, ພິຈາລະນາໃຫ້ແກ່ກົມການເມືອງ, ຄະນະເລຂາກ່ຽວກັບການທູດໃຫ້ເປັນຢ່າງດີ, ຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເປັນຢ່າງດີ. ພ້ອມທັງຈັດບັນດາການເຄື່ອນໄຫວການພົວພັນຕ່າງປະເທດທີ່ມີຄວາມໄຫວພິບ, ຮັບປະກັນຄວາມເໝາະສົມກັບສະພາບການໂລກ, ພາກພື້ນ, ຊີ້ນຳ, ແນະນຳ ວຽກງານການພົວພັນຕ່າງປະເທດປະຊາຊົນຢ່າງໃກ້ຊິດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top