• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ ອາ​ຊຽນ (ADSOM)

ຕອນເຊົ້າວັນທີ 17 ພະຈິກ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສ ການປ້ອງກັນຊາດ ອາຊຽນ (ADSOM) ຕາມຮູບການທາງອອນລາຍພາຍໃຕ້ການເປັນປະທານຂອງ ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ຫວຽດນາມ.


ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສ ການປ້ອງກັນຊາດ ອາຊຽນ (ADSOM)

(ພາບ: qdnd.vn)


ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ ແລະ ພວມສົ່ງຜົນກະທົບ ແລະ ສ້າງສີ່ງກີດຂວາງຕໍ່ຫຼາຍການເຄື່ອນໄຫວສາກົນ, ໃນນັ້ນມີບັນດາການເຄື່ອນໄຫວໃນອາຊຽນ, ບັນດາປະເທດອາຊຽນໄດ້ສືບຕໍ່ຮັກສາບັນດາການຮ່ວມມືຫຼາຍຝ່າຍ ພິເສດແມ່ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ:

          ໃນຊຸມປີ ຜ່ານມາ, ພວກເຮົາໄດ້ຈັດຕັ້ງບັນດາການເຄື່ອນໄຫວດ້ວຍເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ດ້ວຍຄຸນນະພາບສູງ ເຖິງວ່າ ພວກເຮົາບໍ່ພົບປະກັນໂດຍກົງກໍ່ຕາມ. ຍິ່ງໄປກ່ວານັ້ນ, ພວກເຮົາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ເຊິ່ງພົ້ນເດັ່ນຂຶ້ນແມ່ນ ຖະແຫຼງການຮ່ວມ ຢູ່ກອງປະຊຸມວົງແຄບລັດຖະມົນຕີປ້ອງກັນຊາດ ລະຫວ່າງ ບັນດາປະເທດ ອາຊຽນ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top